ຕັ້ງຫນ້າຕອບສະຫນອງເດືອນເຄື່ອນໄຫວສະກັດກັ້ນແລະຄວບຄຸມຢາເສບຕິດປີ2016

ຕັ້ງຫນ້າຕອບສະຫນອງເດືອນເຄື່ອນໄຫວສະກັດກັ້ນແລະຄວບຄຸມຢາເສບຕິດປີ2016 - ảnh 1
ທ່ານ​ຮອງ​ນາ​ຍົກ​ລັດ​ຖະ​ມົນ​ຕີ ເຈືອງ​ຮ່​ວາ​ບີງກ່າວ​ຄຳ​ເຫັນ​ນະ​ພ​ິ​ທີ
ພາບ:vov

(vovworld)- ງານ​ຊຸມ​ນຸມ​ມິດ​ຕິງ​ຕອບ​ສະ​ຫນອງ​ເດືອນ​ເຄື່ອນ​ໄຫວ​ສະ​ກັດ​ກັ້ນ,ຄວບ​ຄຸມ​ຢາ​ເສບ​ຕິດ​ປີ 2016 ໄດ້​ດຳ​ເນີນ​ໃນ​ຕອນ​ຄ່ຳ​ວັນ​ທີ 16/6 ຢູ່ ຮ່າ​ໂນ້ຍ. ລາຍ​ການ​ດັ່ງ​ກ່າວ​ໂດຍ​ຄະ​ນະ​ກຳ​ມະ​ການ​ແຫ່ງ​ຊາດ​ກ່ຽວ​ກັບ​ການ​ສະ​ກັດ​ກັ້ນ, ຕ້ານ​ໂລກ AIDS ແລະ ສະ​ກັດ​ກັ້ນ, ຄວບ​ຄຸມ​ໄພ​ຢາ​ເສບ​ຕິດ, ໂສ​ເພ​ນີ ສົມ​ທົບກັບ​ກະ​ຊວງ​ຕຳ​ຫລວດ, ກະ​ຊວງ​ສຶກ​ສາ ແລະ​ບຳ​ລຸງ​ສ້າງ, ກະ​ຊວງວັດ​ທະ​ນະ​ທຳ ກິ​ລາ ແລະ ທ່ອງ​ທ່ຽວ ຈັດ​ຕັ້ງ. ກ່າວ​ຄຳ​ເຫັນ​ນະ​ພ​ິ​ທີ, ທ່ານ​ຮອງ​ນາ​ຍົກ​ລັດ​ຖະ​ມົນ​ຕີ ເຈືອງ​ຮ່​ວາ​ບີງ ເນັ້ນ​ຫນັກ​ວ່າ: ເລື່ອງ​ປົກ​ປ້ອງ​ປະ​ຊາ​ຄົມ,ຄອບ​ຄົວ, ສັງ​ຄົມ ແລະ ພ​ິ​ເສດ​ແມ່ນ​ລຸ້ນ​ຫນຸ່ມ​ຕໍ່​ຫ​ນ້າ​ໄພ​ແຜ່​ລາມ​ຢ່າງກວ້າງ​ຂວາງ​ຂອງ ​ປະ​ເພດ​ຢາ​ເສບ​ຕິດຕ່າງໆ, ຢາ​ບ້າ​ຊະ​ນິດ​ໃຫມ່ ໄດ້​ກາຍ​ເປັນ​ຫນ້າ​ທີ່​ຮີບ​ດ່ວນ ແລະ ຈຳ​ເປັນ ຮຽກ​ຮ້ອງ​ຕ້ອງ​ມີ​ບັນ​ດາ​ມາດ​ຕະ​ການ​ສະ​ກ​ັດ​ກັ້ນ​ຢ່າງ​ຄົບ​ຊຸດ ແລະ ມີ​ປະ​ສິດ​ທິ​ຜົນ​ກວ່າ. ທ່ານ​ຮອງ​ນາ​ຍົກ​ລັດ​ຖະ​ມົນ​ຕີ ເຈື​ອງ​ຮ່​ວາ​ບີງ ສະ​ເຫນີ​ວ່າ:

        “ກະ​ຊວງ​ສຶກ​ສາ ແລະ ບຳ​ລຸງ​ສ້າງ ຕ້ອງ​ສຳ​ຫລວດກວດ​ກາ​ຄືນ​ບັນ​ດາ​ຄວາມ​ຮູ້​ກ່ຽວ​ກັບ​ການ​ສະ​ກັ​ດກັ້ນ, ຄວບ​ຄຸມ​ຢາ​ເສບ​ຕິດ ພວມ​ໄດ້​ຮັບ​ການ​ເຜີຍ​ແຜ່​​ຢູ່​ຊັ້ນ​ປະ​ຖົມ​ຕະ​ຫລອດ​ຮອດ​ຊັ້ນ​ມະ​ຫາ​ວິ​ທະ​ຍາ​ໄລ​ຢ່າງ​ເໝາະ​ສົມ, ອັບ​ເດັດ​​ສະ​ພາບ​ການ​ຕົວ​ຈິງ. ກະ​ຊວງ​ຕຳ​ຫລວດ​ຄວນ​ສຸ​ມ​ໃສ່​ຊີ້​ນຳ​ບັນ​ດາ​ກຳ​ລັງ​ຕໍ່​ສູ້​ຢ່າງ​ແຮງ​ກັບ​ອາດ​ຊະ​ຍາ​ກຳ​ກ່ຽວ​ກັບ​ຢາ​ເສບ​ຕິດ.”

ຕອບກັບ

ຂ່າວ/ບົດ​ອື່ນ