ຕັ້ງໜ້າປ້ອງກັນແລະ ຕ້ານໂລກໄຂ້ຫວັດຢູ່ ຄົນແລະສັດປີກ
(ພາບ: .baomoi.com)
(vovworld)- ກະຊວງສາທາລະນະສຸກຫວຽດນາມ ຫາກໍ່ສ້າງຕັ້ງ 9 ຄະນະປະຕິບັດງານຕິດຕາມກວດກາ, ຊີ້ນຳວຽກງານກຽມພ້ອມຮັບມືກັບໂລກໄຂ້ຫວັດ A (H7N9); ໄຂຫວັດ A (H5N1) ຢູ່ບັນດາແແຂວງເຂດຊາຍແດນ, ບັນດາແຂວງ, ນະຄອນພວມເກີດໂລກໄຂ້ຫວັດສັດປີກ.
ພະແນກສາທາລະນະສຸກແຂວງແຄງຮວາ ໄດ້ຜັນຂະຫຍາຍວຽກງານຄວບຄຸມ ໂລກໄຂ້ຫວັດສັດປີກເພື່ອຮັບປະກັນຄວາມປອດໄພໃຫ້ແກ່ແຂກທ່ອງທ່ຽວ. ທ່ານໝໍຫງວຽນຮວາໂຮ້ຍ (Nguyễn Hoa Hội) ຜູ້ອຳນວຍການສູນກວດກາສາທາລະນະສຸກສາກົນແຂວງແຄງຮວາ ໃຫ້ຮູ້ວ່າ:
“ສຳລັບແຂກທ່ອງທ່ຽວມາຈາກບັນດາປະເທດເກີດໂລກລະບາດ, ພວກຂ້າພະເຈົ້າໄດ້ສົ່ງໃບປິວເພື່ອໃຫ້ເຂົາເຈົ້າຮູ້ວ່າ ເຂົາເຈົ້າມີໄພຕິດໄວຣັດ. ເມື່ອເຂົາເຈົ້າເປັນໄອ, ໄຂ້, ຫາຍໃຈຍາກຕ້ອງພົວພັນກັບສາຍໂທລະສັບຂອງພວກຂ້າພະເຈົ້າ, ພວກຂ້າພະເຈົ້າຈະຊ່ວຍເຂົາເຈົ້າໄປກວດພະຍາດຢູ່ໂຮງໝໍ“.
ຢູ່ຮ່າໂນ້ຍ, ຄະນະຄຸ້ມຄອງຕະຫຼາດຮ່າຫວີ້ (Hà Vỹ) ຊື່ງແມ່ນຕະຫຼາດຂົວຕໍ່ໃຫ່ຍກ່ວາໝູ່ທາງທິດເໜືອຫວຽດນາມ ໄດ້ຄຸ້ມຄອງຈຳນວນສັດປີກເຂົ້າອອກຕະຫຼາດ, ຮັບປະກັນສິນຄ້າຕ້ອງມີຕົ້ນກຳເນີດຢ່າງຈະແຈ້ງ.
ໃນຂະນະນັ້ນ, ທ່ານເລວັນລ້ວນ (Lê Văn Luận) ຮອງຫົວໜ້າກົມສັດຕະວະແພດສາຂາແຂວງແທງຮວາ ໃຫ້ຮູ້ວ່າ:
“
ແທງຮວາ ໄດ້ຈັດຄະນະຊີ້ນຳປ້ອງກັນ, ຕ້ານໂລກໄຂ້ຫວັດສັດປີກຄືນໃໝ່, ສ້າງຕັ້ງ 5 ຄະນະໄປຊີ້ນຳຢູ່ຮາກຖານຕ່າງໆ ແລະ ປ້ອມກວດກາ 5 ແຫ່ງຢູ່ເສັ້ນທາງຫຼວງ ແລະ ໜ່ວຍປະຕິບັດວຽກງານເຄື່ອນທີ່ເພື່ອຮັບມືຢ່າງທັນການ“
./.