(vovworld) – ກຳມະກອນຫວຽດນາມ ບັນດາຜູ້ຄົນສຸດທ້າຍ ໄດ້ເດີນທາງອອກຈາກບັນດາເຂດພວມເກີດສົງຄາມຢູ່ລີບີ ເພື່ອໄປເຖິງເຂດປອດໄພ. ຂໍ້ມູນຂ່າວສານດັ່ງກ່າວໂດຍໂຄສົກກະຊວງການຕ່າງປະເທດຫວຽດນາມ ເລຫາຍບິ່ງ ຢືນຢັນ ໃນວັນທີ 14/08, ທີ່ກອງປະຊຸມນັດສາມັນ. ຕາມທ່ານເລຫາຍບິ່ງ ແລ້ວ, ໄລຮອດວັນທີ 13/08, ມີກຳມະກອນຫວຽດນາມ 907 ຄົນກັບເມືອປະເທດ ແລະ ກຳມະກອນຫວຽດນາມ 294 ຄົນຢູ່ລີບີ ໄດ້ໄປເຖິງບັນດາປະເທດອ້ອມຂ້າງ. ປະຈຸບັນ, ວຽກງານສົ່ງກຳມະກອນທັງໝົດຂອງຫວຽດນາມ ກັບເມື່ອປະເທດ ພວມໄດ້ຮັບການຜັນຂະຫຍາຍຢ່າງຕັ້ງໜ້າ. ທ່ານເລຫາຍບິ່ງ ກ່າວວ່າ.
“ໃນຊຸມມືຜ່ານມາ, ກະຊວງການຕ່າງປະເທດ ໄດ້ຊີ້ນຳບັນດາອົງການສຳນັກງານຕາງໜ້າຢູ່ປະເທດທີ່ກ່ຽວຂ້ອງ ເຮັດວຽກກັບບັນດາອົງການທີ່ມີໜ້າທີ່ປະຈຳຖິ່ນຢ່າງຮີບດ່ວນ, ໜູນຊ່ວຍກຳມະກອນຫວຽດນາມ ກັບເມືອປະເທດ. ກະຊວງການຕ່າງປະເທດ, ກະຊວງແຮງງານ, ທະຫານເສຍອົງຄະ ແລະ ສັງຄົມຫວຽດນາມ ກໍ່ຄືອົງການສຳນັກງານຕາງໜ້າການທູດຢູ່ບັນດາປະເທດກ່ຽວຂ້ອງ ພວມສົມທົບກັນໜູນຊ່ວຍຄົນງານຫວຽດນາມ ອອກຈາກລີບີ ກັບເມືອປະເທດ.”
ເມື່ອຕອບຄຳຖາມໃຫ້ຮູ້ປະຕິກິລິຍາຂອງຫວຽດນາມ ຕໍ່ເລື່ອງກົມຄຸ້ມຄອງເຂົ້າອອກເມືອງໄທ ເລີ່ມປະຕິບັດນະໂຍບາຍອອກວີຊາ ແຕ່ວັນທີ 12/08/2014, ຕາມນັ້ນແລ້ວ, ພົນລະເມືອງຫວຽດນາມ ກໍ່ຄືປະເທດຕ່າງໆ ເມື່ອຢາກເຂົ້າເມືອງໄທ ດ້ວຍຈຸດໝາຍອື່ນ ນອກຈາກໄປທ່ອງທ່ຽວລ້ວນແຕ່ຕ້ອງຂໍວີຊາຈາກສະຖານທູດໄທ ກ່ວນທີ່ເຂົ້າເມືອງ. ໂຄສົກກະຊວງການຕ່າງປະເທດຫວຽດນາມ ເລຫາຍບິງ ໃຫ້ຮູ້ວ່າ: ຕໍ່ໜ້າຂໍ້ມູນຂ່າວດັ່ງກ່າວ, ສະຖານທູດຫວຽດນາມ ປະຈຳໄທ ພວມເຮັດວຽກກັບບັນດາອົງການທີ່ມີໜ້າທີ່ຢູ່ປະເທດໄທ ເພື່ອຢັ້ງຢືນຄືນຂໍ້ມູນດັ່ງກ່າວ. ແລະ ໃນຕອນບ່າຍວັນທີ 14/08, ກະຊວງການຕ່າງປະເທດຫວຽດນາມຈະເຮັດວຽກກັບສະຖານທູດໄທ ປະຈຳຮ່າໂນ້ຍ ຢັ້ງຢືນຄືນຂໍ້ມູນ.
ກ່ຽວຂ້ອງເຖິງເລື່ອງຫວ່າງມໍ່ໆມານີ້, ວັນທີ 11/07, ຈີນ ໄດ້ພິມຈຳໜ່າຍປື້ມກ່ຽວກັບເສັ້ນລີ້ນງົວ 9 ຕອນທີ່ໄຮ້ເຫດຜົນຢູ່ທະເລຕາເວັນອອກ. ທ່ານເລຫາຍບິງ ໄດ້ເນັ້ນໜັກອີກເທື່ອໜຶ່ງວ່າ ຫວຽດນາມ ມີອະທິປະໄຕໂດຍບໍ່ອາດໂຕ້ຖຽງໄດ້ກ່ຽວກັບໝູ່ເກາະ ຮ່ວາງຊາ ແລະ ເຈື່ອງຊາ. ທຸກໆຄຳຖະແຫຼງປະກາດອະທິປະໄຕ ແລະ ການເຄື່ອນໄຫວສຳລັບ 2 ໝູ່ເກາະດັ່ງກ່າວລ້ວນແຕ່ບໍ່ມີຄຸນຄ່າແຕ່ຢ່າງໃດ.