ທ່ານ ຫງວຽນທ້ຽນເຍີນ ທີ່ການເຮັດວຽກ
|
(vovworld) – ໃນການເຮັດວຽກກັບຄະນະກຳມະການປະຊາຊົນນະຄອນ ໂຮ່ຈີມິນ ກ່ຽວກັບການກຳນົດດັດຊະນີຄວາມເພິ່ງພໍໃຈຂອງປະຊາຊົນ, ອົງການຈັດຕັ້ງສຳລັບການຮັບໃຊ້ຂອງອົງການບໍລິຫານແຫ່ງລັດ, ວັນທີ 27/9, ທ່ານປະທານຄະນະກຳມະການສູນກາງແນວໂຮມປະເທດຊາດ ຫວຽດນາມ ຫງວຽນທ້ຽນເຍີນ ໄດ້ຢັ້ງຢືນວ່າ: ເພື່ອກຳເນີດດັດຊະນີຄວາມເພິ່ງພໍໃຈຂອງປະຊາຊົນ, ຂອດທຳອິດແມ່ນເພີ່ມທະວີການຮັບເອົາຄຳເຫັນ, ຮັບຟັງຢູ່ບ່ອນທີ່ປະຊາຊົນຖືກຮັບໃຊ້. ທ່ານ ຫງວຽນທ້ຽນເຍີນ ເນັ້ນໜັກວ່າ: ໃນການປ່ຽນໃໝ່ລະບອບລະບຽບການເວົ້າລວມ ແລະ ປະຕິຮູບການບໍລິຫານເວົ້າສະເພາະນັ້ນ, ເລື່ອງກຳນົດດັດຊະນີຄວາມເພິ່ງພໍໃຈຂອງປະຊາຊົນແມ່ນໜ້າທີ່ຫຼັກແຫຼ່ງ. ສິ່ງດັ່ງກ່າວຕ້ອງປະຕິບັດຢ່າງແຮງໃນໄລຍະຈະມາເຖິງ. ຜ່ານການສຳຫຼວດຢູ່ນະຄອນ ໂຮ່ຈີມິນ, ທ່ານ ຫງວຽນທ້ຽນເຍີນ ຖືວ່າ ເລື່ອງກຳນົດດັດຊະນີຄວາມເພິ່ງພໍໃຈຂອງປະຊາຊົນຕ້ອງສຸມໃສ່ເຂົ້າ 3 ບັນຫາເຊິ່ງລວມມີ: ກຳນົດສະພາບການຕົວຈິງ - ແກ້ໄຂສິ່ງຈຳກັດ ແລະ ປະກາດຢ່າງກະຈ່າງແຈ້ງ. ທ່ານສະເໜີໃນເດືອນຈະມາເຖິງ, ກະຊວງພາຍໃນ ແລະ ນະຄອນ ໂຮ່ຈີມິນ ຄວນສ້າງແຜນການ, ວິທີການຕີລາຄາຄວາມເພິ່ງພໍໃຈຂອງປະຊາຊົນໃນຊຸມປີຕໍ່ໄປໃຫ້ສົມບູນແບບ.
ຫຼັງຈາກນັ້ນ, ໃນການເຮັດວຽກກັບນະຄອນ ເກີນເທີໃນຕອນບ່າຍວັນທີ 28/9, ທ່ານ ຫງວຽນທ້ຽນເຍີນ ເນັ້ນໜັກວ່າ: ໂຄງການສັງລວມປະຕິຮູບບໍລິຫານຂອງລັດໄລຍະ 2011 – 2020 ໄດ້ວາງອອກຄາດໝາຍຮັບປະກັນຄວາມເພິ່ງພໍໃຈຂອງສ່ວນບຸກຄົນ, ອົງການສຳລັບການຮັບໃຊ້ຂອງອົງການບໍລິຫານແຫ່ງລັດບັນລຸລະດັບກ່ວາ 60% ໃນປີ 2015 ແລະ ກ່ວາ 80% ໃນປີ 2020.