ຕວກກີຈັບຕົວເປົ້າໝາຍ 9 ຄົນກ່ຽວຂ້ອງ ເຖິງເຫດວາງລະເບີດອັນນອງເລືອດ

ຕວກກີຈັບຕົວເປົ້າໝາຍ 9 ຄົນກ່ຽວຂ້ອງ ເຖິງເຫດວາງລະເບີດອັນນອງເລືອດ - ảnh 1

ສະຖານ​ທີ່​ເກີດ​ເຫດ

(ພາບ: AFP)

(vovworld)- ​ວັນ​ທີ 12/5, ທ່ານ​ຮອງ​ນາຍົກລັດຖະມົນຕີຕວກກີ Besir Atalay ​ໃຫ້​ຮູ້​ວ່າ: ມີ​ເປົ້າໝາຍ 9 ຄົນຊາວ​ຕວກກີ ​ຖືກ​ຈັບ​ຕົວ​ຍ້ອນ​ວ່າ​ມີ​ການ​ກ່ຽວຂ້ອງ​ເຖິງ​ເຫດ​ວາງ​ລະ​ເບີດ​ອັນ​ນອງ​ເລືອດ​ຢູ່​ເທດສະບານ​ເມືອງ Reyhanli ຕິດ​ກັບ​ເຂດ​ຊາຍ​ແດນ​ຊີຣີ ຊື່​ງ​ໄດ້​ເຮັດ​ໃຫ້​ຢ່າງ​ໜ້ອຍ​ສຸດ 46 ຄົນ​ເສຍ​ຊີວິດ ​ແລະ ກ່ວາ 100 ຄົນ​ຖືກ​ບາດ​ເຈັບ. ທ່ານ​ລັດຖະມົນຕີ​ກະຊວງ​ພາຍ​ໃນ​ຕວກກີ Muammer Guler ​ໃຫ້​ຮູ້​ວ່າ: ​1 ໃນຈຳນວນ​ເປົ້າໝາຍ 9 ຄົນທີ່​ຖືກ​ຈັບ​ຕົວນັ້ນ​ແມ່ນ​ຜູ້​ວາງ​ແຜນ​ບຸກ​ໂຈມ​ຕີ. ​ໃນ​ຂະນະ​ນັ້ນ, ທ່ານ​ລັດຖະມົນຕີ​ການ​ຕ່າງປະ​ເທດ Ahmet Davutoglu ​ໃຫ້​ຮູ້​ວ່າ: ບັນດາ​ເປົ້າໝາຍ​ດັ່ງກ່າວ​ອາດ​ຈະ​ແມ່ນ​ຜູ້​ປະຕິບັດ​ເຫດການ​ບຸກ​ໂຈມ​ຕີ​ທີ່​ນະຄອນ​ທະ​ເລ Banias ຂອງ​ຊີຣີ ກ່ອນ​ນີ້ 1 ອາທິດ​ຊື່​ງ​ເຮັດ​ໃຫ້​ຢ່າງ​ໜ້ອຍ​ສຸດ 62 ຄົນ​ເສຍ​ຊີວິດ. ກ່ອນ​ໜ້ານັ້ນ, ທ່ານ​ຮອງ​ນາຍົກລັດຖະມົນຕີ Atalay ​ເວົ້າວ່າ: ຜ່ານການ​ສືບສວນ​ໃນ​ເບື້ອງ​ຕົ້ນກໍ່​ເຫັນ​ວ່າ: ການ​ບຸກ​ໂຈມ​ຕີ​ມີ​ການ​ກ່ຽວຂ້ອງ​ເຖິງ​ອົງການ​ສືບ​ລາ​ລະກາ​ນລັບ​ຊີຣີ. ​ໃນ​ທັນ​ທີ່ນັ້ນ, Damacus ​ໄດ້​ປະ​ຕິ​ເສດ​ຄຳ​ກ່າວ​ຫາ​ດັ່ງກ່າວ ​ແລະ ​ເອີ້ນ​ວ່ານັ້ນ​ແມ່ນ​ “ບັນດາຄຳ​ກ່າວ​ຫາ​ທີ່​ບໍ່​ມີ​ຫຼັກ​ຖານ“.

ຂ່າວ/ບົດ​ອື່ນ