ຕວກກີຊົມເຊີຍຄວາມມາ ນະພະຍາຍາມຂອງລັດ ເຊຍເພື່ອສິ້ນສຸດວິກິດ ການຢູ່ຊີຣີ


ຕວກກີຊົມເຊີຍຄວາມມາ ນະພະຍາຍາມຂອງລັດ ເຊຍເພື່ອສິ້ນສຸດວິກິດ ການຢູ່ຊີຣີ - ảnh 1

ສະພາບ​ການ​ຢູ່​ຊີຣີ

(ພາບ: AFP/TTXVN )

(vovworld)- ​ ວັນ​ທີ 29/12, ​ທ່ານ Mevlut Cavusigolu ລັດຖະມົນຕີ​ການ​ຕ່າງປະ​ເທດ​ຕວກກີ​ໃຫ້​ຮູ້​ວ່າ: ປະ​ເທດ​ນີ້​ຊົມ​ເຊີຍ​ບັນດາ​ຄວາມ​ມານະ​ພະຍາຍາມ​ຂອງ​ລັດ​ເຊຍ ຊຸກຍູ້​ການ​ເຈລະຈາ​ໂດຍ​ສັນຕິ​ວິທີ​ລະຫວ່າງ​ຝ່າຍ​ຕ່າງໆ​ຢູ່​ຊີຣີ, ​ເປີດ​ຄວາມ​ຫວັງ​ຢຸດຕິ​ການ​ປະ​ທະ​ກັນ​ທີ່​ແກ່ຍາວ​ເກືອບ 4 ປີຜ່ານມາ​ທີ່​ປະ​ເທດ​ຕາ​ເວັນ​ອອກ​ກາງ​ນີ້. ຄຳ​ປະກາດ​ນີ້​ຂອງ​ຜູ້ນຳ​ຂະ​ແໜງ​ການ​ທູດ​ຕວກກີ ​ໄດ້​ຍົກ​ອອກ​ມາ​ພາຍຫຼັງ​ລັດ​ເຊຍ ຍົກ​ອອກ​ຂໍ້​ລິ​ເລີ່​ມຈັດການ​ເຈລະຈາ​ລະຫວ່າງ​ຜູ້ຕາງໜ້າ​ລັດຖະບານ​ຊີຣີ ກັບ​ຝ່າຍ​ຄ້ານ​ຕ່າງໆ​ຢູ່​ປະ​ເທດ​ນີ້​ຢູ່​ມົດ​ສະ​ກູ​ໃນ​ວັນ​ທີ 20/1/2015 ຈະ​ມາ​ເຖິງ. ທ່ານ Mevlut Cavusigolu ​ເນັ້ນໜັກ​ວ່າ: ທຸກໆ​ຝ່າຍ​ທີ່​ກ່ຽວຂ້ອງຕ້ອງ​ເຂົ້າຮ່ວມ​ວິວັດ​ການ​ນີ້, ​ໃນ​ນັ້ນມີ​ລັດ​ເຊຍ ​ແລະ ອີຣານຄວນ​ແມ່ນສ່ວນໜຶ່ງ​ໃນ​ການ​ຊຸກ​ຍູ້ວິວັດ​ການ​ດັ່ງ​ກ່າວ./.

ຂ່າວ/ບົດ​ອື່ນ