ຕວກກີຍັງບໍ່ທັນສະກັດກັ້ນກະແສຊາວອົບພະຍົບໄດ້ເທື່ອ
ຊາວອົບພະຍົບ ຊີຣີ ຢູ່ຕວກກີ
(ພາບ: Reuters)
|
(vovworld) – ທ່ານ Frans Timmermans, ຮອງປະທານຜູ້ທີ່ໜຶ່ງຄະນະກຳມະການເອີລົບ ຮັບຜິດຊອບ ການແກ້ໄຂວິກິດການຊາວອົບພະຍົບ ໃຫ້ຮູ້ເມື່ອວັນທີ 11/1 ວ່າ: ຈຳນວນຊາວອົບພະຍົບຈາກ ຕວກກີ ເຂົ້າມາສະຫະພາບ ເອີລົບ (ອີຢູ) ຍັງຫຼາຍໂພດ, ໂດຍບໍ່ຫົວຊາຕໍ່ເລື່ອງ ບຣຸກແຊນ ສະໜອງຈຳນວນເງິນ 3 ຕື້ ເອີໂຣໃຫ້ແກ່ Ankara ເມື່ອເດືອນ 11/2015 (ເທົ່າກັບ 3,2 ຕື້USD) ເພື່ອໃຫ້ປະເທດນີ້ຊ່ວຍຈຳກັດກະແສຊາວອົບພະຍົບເຂົ້າ ເອີລົບ. ກ່າວຄຳເຫັນຕໍ່ວົງການນັກຂ່າວພາຍຫຼັງເຮັດວຽກກັບທ່ານ Volkan Bozkir, ລັດຖະມົນຕີວ່າການຮັບຜິດຊອບການພົວພັນກັບ ອີຢູ ຂອງ ຕວກກີ, ທ່ານຮອງປະທານ Timmermans ໃຫ້ຮູ້ວ່າ: ປະລິມານຊາວອົບພະຍົບເຂົ້າ ເກຼັກ, ເຊິ່ງແມ່ນປະເທດສະມາຊິກ ອີຢູ, ຍັງສູງໂພດ ດ້ວຍປະມານ 2.000 – 3.000 ຄົນ/ມື້. ທ່ານເນັ້ນໜັກວ່າ: Ankara ຄວນຍູ້ໄວການຜັນຂະຫຍາຍບັນດາມາດຕະການຈຳກັດກະແສຊາວອົບພະຍົບເຂົ້າເອີລົບນີ້.