ຕວກກີພົບປະກັບວົງການເຈົ້າໜ້າທີ່ການທະຫານລັດເຊຍເພື່ອອະທິບາຍກ່ຽວກັບການຍິງເຮືອບິນSu-24ຕົກ
ເຮືອບິນ Su-24 ຕົກ
(ພາບ: Getty)
(vovworld) - ວັນທີ 25/11, ກະຊວງປ້ອງກັນປະເທດຕວກກີໃຫ້ຮູ້ວ່າ, ໄດ້ເຊື້ອເຊີນທ່ີປຶກສາປ້ອງກັນປະເທດລັດເຊຍ ມາສຳນັກງານຂອງປະເທດນີ້ ເພື່ອອະທິບາຍກ່ຽວກັບເລື່ອງ Ankara ຍິງເຮືອບິນ Su-24 ຂອງລັດເຊຍ ຕົກຢູ່ເຂດຊາຍແດນຊີຣີ. ໃນຖະແຫຼງການໜຶ່ງ, ຝ່າຍກອງທັບຕວກກີ ໃຫ້ຮູ້ວ່າ, ໄດ້ມານະພະຍາຍາມເພື່ອຊອກຫາ ແລະ ກູ້ຊ່ວຍນັກບິນລັດເຊຍ 2 ຄົນທີ່ຂັບເຮືອບິນ Su – 24, ພາຍຫຼັງນັກບິນ 2 ຄົນນີ້ໂດດຈາກເຮືອບິນ.
ແລະກໍໃນວັນທີ 25/11, ທ່ານລັດຖະມົນຕີວ່າການກະຊວງການຕ່າງປະເທດລັດເຊຍ Sergei Lavrov ແລະ ຄູ່ຮ່ວມຕຳແໜ່ງຕວກກີ Mevlut Cavusoglu ໄດ້ມີການໂອ້ລົມທາງໂທລະສັບ ດ້ວຍເນື້ອໃນຕົ້ນຕໍກ່ຽວຂ້ອງເຖິງເຫດການດັ່ງກ່າວ. ສຳນັກຂ່າວສານລັດເຊຍ TASS ໄດ້ຄັດຄຳເວົ້າຂອງກະຊວງການຕ່າງປະເທດລັດເຊຍ ໃຫ້ຮູ້ວ່າ, ທ່ານລັດຖະມົນຕີ Sergei Lavrov ສະແດງຄວາມໂກດເຄື້ອງຕໍ່ເຫດການດັ່ງກ່າວ, ຖືວ່ານັ້ນແມ່ນ “ການກະທຳປໍລະປັກ, ມີຈຸດປະສົງ”, ພ້ອມທັງກ່າວເຕື່ອນວ່າ ການກະທຳນີ້ຈະກໍຜົນສະທ້ອນບໍ່ດີເຖິງການພົນພັວລະຫວ່າງ 2 ປະເທດ. ທ່ານລັດຖະມົນຕີ Sergei Lavrov ກໍເນັ້ນໜັກວ່າ, ເລື່ອງ ພວກກໍ່ການຮ້າຍນຳໃຊ້ເຂດດິນແດນຂອງຕວກກີິ ເພື່ອ ກະກຽມການບັນດາການບຸກໂຈມຕີຢູ່ຊີຣີ.