(vovworld) – ວັນທີ 12/01, ຕວກກີ ຢັ້ງຢືນວ່າ Hayat Boumeddiene, ເມຍຂອງ Amedy Coulibaly, ຜູ້ກໍ່ການຮ້າຍລອບຈັບຕົວປະກັນຢູ່ປາຣີ, ປະເທດຝລັ່ງ ໃນອາທິດຜ່ານມາ ໄດ້ຜ່ານແດນຢູ່ຕວກກີ ໄປຍັງຊີຣີ. ກ່າວຄຳເຫັນຕໍ່ວົງການນັກຂ່າວ, ທ່ານລັດຖະມົນຕີການຕ່າງປະເທດຕວກກີ Mevlut Cavusoglu ໃຫ້ຮູ້ວ່າ, Boumeddiene ອາຍຸ 26 ປີ, ໄດ້ໄປເຖິງຕວກກີ ໃນວັນທີ 02/01 ແລະ ພັກອາໄສຢູ່ໂຮງແຮມຢູ່ອິດສຕານບູນ. ຕໍ່ຈາກນັ້ນ, ວັນທີ 08/01, ກ່ອນທີ່ Coulibaly ດຳເນີນການລອບຈັບຕົວປະກັນ ແລະ ຖືກຍິງຕາຍຢູ່ຮ້ານຄ້າແຫ່ງໜຶ່ງຢູ່ປາຣີ 1 ວັນ, Boumeddiene ໄດ້ໜີໄປຊີຣີ. ແຕ່ວ່າ, ປະຈຸບັນຍັງບໍ່ທັນຮູ້ບົດບາດຂອງ Boumeddiene ໃນບັນດາເຫດການກໍ່ການຮ້າຍທີ່ນອງເລືອດຢູ່ປາຣີ ເທື່ອ.