ຕວກກີສະເຫນີແຜນການແກ້ໄຂວິກິດການຊາວອົບພະຍົບ

ຕວກກີສະເຫນີແຜນການແກ້ໄຂວິກິດການຊາວອົບພະຍົບ - ảnh 1
ພາ​ບ​ປະ​ກອບ:internet

(vovworld)-  ​ຕວກ​ກີ​ຫາກໍ​ສະ​ເຫນີ​ແຜນ​ການ​ຕາມ 2 ທິດ ເພື່ອ​ແກ້​ໄຂວິ​ກິດ​ການ​ຊາວ​ອົບ​ພະ​ຍົບ​ສາ​ກົນ ພວມ​ມີ​ທ່າ​ອ່ຽງ​ຊົ່ວ​ຮ້າຍ​ລົງ. ທ່ານ​ຮອງ​ນາ​ຍົກ​ລັດ​ຖະ​ມົນ​ຕີ ຕວກກ​ີ Nurman kurtulmus ໃຫ້​ຮູ້​ວ່າ: ບັນ​ດາ​ນະ​ໂຍ​ບາຍ​ຊາວ​ອົບ​ພະ​ຍົບ​ຂອງ​ປະ​ຊາ​ຄົມ​ສາ​ກົນ​ຖືກ​ປະ​ລາ​ໄຊ ຍ້ອນ Ankara ຍົກ​ອອກ​ຂໍ້​ສະ​ເຫນີ​ຕາມ 2 ທິດ ເພື່ອ​ແກ້​ໄຂວິ​ກິດ​ການ​ຊາວ​ອົບ​ພະ​ຍົບ ລວມ​ມີ: ການ​ສ້າງ​ຕັ້ງອົງ​ການ​ໃຫມ່​ມີ ຂອບ​ຂະ​ຫນາດ​ເຄື່ອນ​ໄຫວກວ້າງ​ຂວາງກວ່າ​ເມື່ອ​ທຽບ​ໃສ່​ຂ້າ​ຫລວງ​ໃຫຍ່ ສ​ປ​ຊ ກ່ຽວ​ກັບ​ຊາວ​ອົບ​ພະ​ຍົບ, ມີ​ຄວາມ​ສາ​ມາດ​ປະ​ຕິ​ບັດ​ບັນ​ດາ​ໂຄງ​ການ​ໃນ​ທົ່ວ​ໂລກ ແລະ ສ້າງ​ຕັ້ງ​ເຂດ​ຕັ້ງ​ຖິ່ນ​ຖານ​ຄົງ​ທີ່​ແຫ່ງ​ໃຫມ່​ໃຫ້​ຊາວ​ອົບ​ພະ​ຍົບ. ທ່ານ Nurman kurtulmus ຖະ​ແຫລງວ່າ: ຕວ​ກ​ກີ ບໍ່​ຍອ​ມ​ຮັ​ບ​ກາຍ​ເປັນ “ຄ້າຍ​ເຕົ້າ​ໂຮມ​ຂອງ​ໂລກ” ພ້ອ​ມ​ທັງ ຢືນ​ຢັນ: Ankara ພ້ອມ​ແລ້ວ ກໍ່​ສ້າງບ​ັນ​ດາ​ນະ​ຄອນ​ໃຫມ່​ຄື​ດັ່ງ​ຂໍ້​ສະ​ເຫນີ​ປຸກ​ສ້າງ​ໃນ​ດິນ​ແດນ​ຂອງ​ຕົນ​ຫລື​ຢູ່​ບັນ​ດາ​ເຂດ​ປອດ​ໄພ​ໃນ​ຊີ​ຣີ. ໃນ​ວັນ​ດຽວ​ກັນ, EC ປະ​ກາດ​ຈະ​ຫນູນ​ຊ່ວຍ​ເພີ່ມ​ເຕີມ 5,9 ລ້ານ ເອີ​ໂຣ​ໃຫ້​ແກ່ ເກຼັກ ເພື່ອ​ໃຫ້​ປະ​ເທດນີ້​ແກ້​ໄຂ​ວິ​ກິດ​ການ​ຊາວ​ອົບ​ພະ​ຍົບ​.

ຂ່າວ/ບົດ​ອື່ນ