ຕ້ອງການຄົນງານ 67.000 ຄົນໃຫ້ແກ່ເຂດເສດຖະກິດ ຫວູງອ໋າງ

ຕ້ອງການຄົນງານ 67.000 ຄົນໃຫ້ແກ່ເຂດເສດຖະກິດ ຫວູງອ໋າງ - ảnh 1
ເຂດເສດຖະກິດ ຫວູງອ໋າງ
(ພາບປະກອບ)

(vovworld) – ວັນ​ທີ 11/7, ທ່ານ​ຮອງ​ນາຍົກ​ລັດຖະມົນຕີ ຫງວຽນ​ທ້ຽນ​ເຍີນ ​ເປັນ​ປະທານ​ກອງ​ປະຊຸມ​ຜ່ານ​ເຄື​ອຂ່າຍ​ອິນ​ເຕີ​ເນັດ ສະຫລຸບ​ວຽກ​ງານ​ບຳລຸງສ້າງຊັບພະຍາກອນ​ມະນຸດ​ໃຫ້​​ເຂດ​ເສດຖະກິດ ຫວູງອ໋າງ, ​ແຂວງ ຮ່າ​ຕິ້ງ. ກອງ​ປະຊຸມ​ໄດ້​ຈັດ​ຕັ້ງລະຫວ່າງຮ່າ​ໂນ້ຍ ​ແລະ ຮ່າ​ຕິ້ງ. ຄະນະ​ກຳມະການ​ປະຊາຊົນ​ແຂວງ​ຮ່າ​ຕິ້ງ​ໃຫ້​ຮູ້​ວ່າ, ປະຈຸ​ບັນ​ເຂດ​ເສດຖະກິດ​ຫວຸງອ໋າວ ມີ​ວິ​ສາ​ຫະກິດ 226 ​ແຫ່ງ ​ໄດ້​ຮັບ​ອະນຸຍາດ​ໃຫ້​ລົງທຶນ ​ແລະ ມີ 26 ​ໂຄງການ​ພວມ​ເຄື່ອນ​ໄຫວ. ຄາດ​ວ່າຄວາມ​ຕ້ອງການຜູ້​ອອກ​ແຮງ​ງານ​ເຖິງ​ປີ 2015 ​ແມ່ນ​ກວ່າ 67.000 ຄົນ. ກ່າວ​ຄວາມ​ເຫັນ​ທີ່​ກອງ​ປະຊຸມ, ທ່ານ​ຮອງ​ນາຍົກລັດຖະມົນຕີ ຫງວຽນ​ທ້ຽນ​ເຍິນ ຕີ​ລາຄາ​ສູງ​ໝາກຜົນ​ຂອງ​ວຽກ​ງານ​ບຳລຸງ​ສ້າງ ​ແລະ ຮັບປະກັນ​ແຫຼ່ງຊັບພະຍາກອນ​ມະນຸດ​ໃຫ້​ແກ່​ເຂດ​ເສດຖະກິດຫວູງອ໋າງ. ທ່ານ​ຮອງ​ນາຍົກລັດຖະມົນຕີສະ​ເໜີ​ວ່າ, ​ໃນ​ໄລຍະ​ຈະ​ມາ​ເຖິງ, ບັນດາ​ກະຊວງ, ຂະ​ແໜງ​ການ ​ແລະ ​ແຂວງ​ຮ່າ​ຕິງ ຄວນ​ສົມທົບ​ກັບ​ບັນດາ​ວິ​ສາ​ຫະກິດ​ກວດຄືນ​ກ່ຽວ​ກັບ​ຄວາມ​ຕ້ອງການ​ດ້ານ​ຊັບພະຍາກອນ​ມະນຸດ, ​ເພື່ອ​ໃຫ້​ບັນດາ​ຮາກ​ຖານ​ບຳລຸງ​ສ້າງ​ເປັນ​ເຈົ້າ​ການ​ເພື່ອ​ວາງ​ແຜນ​ບຳລຸງ​ສ້າງ.

“​ໃນ​ຕໍ່ໜ້າ, ຂ້າພະ​ເຈົ້າ​ສະ​ເໜີໃຫ້ຜັນ​ຂະຫຍາຍ​ຮູບ​ແບບສົມທົບ​ກັນ​ລະຫວ່າງບັນດາ​ມະຫາວິທະຍາ​ໄລ​ກັບ​ວິ​ສາ​ຫາ​ກິດ ​ເພື່ອ​ສະໜອງ​ຊັບພະຍາກອນ​ມະນຸດ. ຜັນ​ຂະຫຍາຍ​ບັນດາ​ມາດ​ຕະການ, ນັບ​ແຕ່​ການ​ກຳນົດ​ທິດ ຕະຫຼອດ​ຮອດການ​ບຳລຸງ​ສ້າງ.. ສະ​ເພາະ​ການ​ບຳລຸງ​ສ້າງ​ພາສາ​ຈີນ, ສະ​ເໜີ​ໃຫ້​ມີ​ການ​ເຮັດ​ວຽກ​​ລະຫວ່າງ​ບາງ​ໂຮງຮຽນ ​ກັບບັນດາ​ວິ​ສາ​ຫະກິດ​ ກ່ຽວ​ກັບ​ວິທີການ​ສິດສອນ​​ໃຫ້​ເໝາະ​ສົມ“

ທ່ານ​ກໍ່​ໄດ້​ສະ​ເໜີ​ໃຫ້​ແຂວງ​ຮ່າ​ຕິງ ຜັນ​ຂະຫຍາຍ​ການວາງ​ແຜນ​ສັງ​ລວມ, ຮັບປະກັນ​ຄວາມ​ຕ້ອງການ​ດ້ານ​ເຮືອນ​ຢູ່​ໃຫ້​ແກ່​ກຳມະກອນ​ຜູ້​ອອກ​ແຮງ​ງານ, ​ແລະ ສົ່ງ​ເສີມ​ນັກຮຽນ ​ເຂົ້າຮຽນ​ບັນດາ​ຂະ​ແໜງ​ອາຊີບ​ທີ່​ເໝາະ​ສົມ​ກັບ​ຄວາມ​ຕ້ອງການ​ຊັບພະຍາກອນ​ຂອງ​​ເຂດ​ເສດຖະກິດ​ຫວຸງອ໋າງ.

ຕອບກັບ

ຂ່າວ/ບົດ​ອື່ນ