ຕອນ​ເຊົ້າ​ວັນ​ທີ 29 ເມ​ສາ, ຫວຽດ​ນາມ​ບໍ່ປະ​ກົດ​ມີ​ຜູ້​ຕິດ​ເຊື້ອ​ພະ​ຍາດ Covid – 19 ​ໃໝ່​ຕື່ມ​ອີກ

(VOVWORLD) -ຮອດ ເວລາ 6 ໂມງ ເຊົ້າຂອງວັນທີ 29 ເມສາ, ກະຊວງສາທາລະນະສຸກ ຫວຽດນາມ ບໍ່ພົບຜູ້ຕິດເຊື້ອພະຍາດ Covid – 19ໃໝ່ຕື່ມອີກ. 
ຕອນ​ເຊົ້າ​ວັນ​ທີ 29 ເມ​ສາ, ຫວຽດ​ນາມ​ບໍ່ປະ​ກົດ​ມີ​ຜູ້​ຕິດ​ເຊື້ອ​ພະ​ຍາດ Covid – 19 ​ໃໝ່​ຕື່ມ​ອີກ - ảnh 1

ອັບເດັດສະພາບການໂລກລະບາດ Covid – 19 ຢູ່ ຫວຽດນາມໃນຕອນເຊົ້າວັນທີ 29 ເມສາ

(ພາບ: TTXVN)

ດັ່ງນັ້ນ, 5 ວັນທີ່ຜ່ານມາ ຫວຽດນາມບໍ່ປະກົດມີຜູ້ຕິດເຊື້ອໃໝ່ຕື່ມອີກ ແລະ 13 ວັນຕິດຕໍ່ກັນແມ່ນບໍ່ມີຜູ້ຕິດເຊື້ອໃນຊຸມຊົນ. ຍອດຈຳນວນຜູ້ຕິດເຊື້ອ ຢູ່ ຫວຽດນາມຍັງແມ່ນ 270 ຄົນຄືເກົ່າ, ໃນນັ້ນມີ 221 ຄົນໄດ້ຮັບການປິ່ນປົວຫາຍດີເປັນປົກກະຕິ ແລະ ຍັງເຫຼືອພຽງ 49 ຄົນພວມໄດ້ຮັບການປິ່ນປົວຢູ່ໂຮງໝໍແຫ່ງຕ່າງໆ.

ຕອບກັບ

ຂ່າວ/ບົດ​ອື່ນ