ຕອບສະໜອງວັນໂລກຄວບຄຸມ HIV/AIDS
(ພາບ: .google.com.vn)
(vovworld) - ຕອນເຊົ້າວັນທີ 1/12, ຢູ່ ຮ່າໂນ້ຍ, ຄະນະກຳມະການປະຊາຊົນນະຄອນ ຮ່າໂນ້ຍ ແລະ ຄະນະຊີ້ນຳຄວບຄຸມ HIV, ໄພຢາເສບຕິດ, ໂສເພນີ ໄດ້ສົມທົບກັນຈັດຕັ້ງງານໂຮມຊຸມນຸມ ຕອບສະໜອງເດືອນກະທຳຄວບຄຸມ HIV/AIDS ແຫ່ງຊາດ ດ້ວຍຫົວຂໍ້ວ່າ ” ມຸ້ງໄປເຖິງສະພາບບໍ່ມີຜູ້ຕິດຢາເສບຕິດຄົນໃໝ່ອີກ” ກ່າວຄວາມເຫັນນະພິທີ, ທ່ານຮອງນາຍົກລັດຖະມົນຕີຫວຽດນາມ ຫງວຽນຊວນຟຸກ ໄດ້ຮຽກຮ້ອງໃຫ້ອຳນາດການປົກຄອງ, ຂະແໜງການ, ອົງການຈັດຕັ້ງມະຫາຊົນ, ອົງການຈັດຕັ້ງສັງຄົມທຸກຂັ້ນ ແລະ ປະຊາຊົນສືບຕໍ່ຍົກສູງຄວາມຮັບຮູ້ກ່ຽວກັບການຄວບຄຸມ HIV/AIDS. ພ້ອມທັງເພີ່ມທະວີການບໍລິການເບິ່ງແຍງດູແລ, ປິ່ນປົວ ແລະ ຄວບຄຸມສະພາບຕິດແປດ HIV.
”ຄວນສ້າງຂະບວນການຢ່າງເລິກເຊິ່ງ, ກວ້າງຂວາງໃນໝູ່ມະຫາຊົນ, ມີການຮ່ວມແຮງຮ່ວມໃຈຂອງທັງລະບົບການເມືອງ ແລະ ທົ່ວປວງຊົນໃນການຄວບຄຸມ HIV/AIDS. ຕ້ອງສ້າງເງື່ອນໄຂເພື່ອໃຫ້ຜູ້ຕິດເຊື້ອ HIV ແລະ ຜູ້ມີໄພຕິດເຊື້ອ HIV ງ່າຍ ໄດ້ສຳພັດກັບການບໍລິການປ້ອງກັນ, ເບິ່ງແຍງດູແລ, ໜູນຊ່ວຍ ແລະ ປິ່ນປົວ. ສິ່ງດັ່ງກ່າວຈະເຮັດໃຫ້ໄພຕິດເຊື້ອໃນວົງຄະນາຍາດຫຼຸດລົງ”
ໃນໂອກາດນີ້, ການນຳບັນດາແຂວງ, ນະຄອນຢູ່ຫຼາຍທ້ອງຖີ່ນໃນທົ່ວປະເທດໄດ້ຮຽກຮ້ອງຂະແໜງການ, ອົງການຈັດຕັ້ງມະຫາຊົນ ແລະ ປະຊາຊົນທຸກຊັ້ນວັນນະ ພ້ອມກັນຕອບສະໜອງ ແລະ ເປັນເຈົ້າການເຂົ້າຮ່ວມບັນດາການເຄື່ອນໄຫວຄວບຄຸມ HIV/AIDS ຢ່າງຕັ້ງໜ້າ.