ຕະຫຼາດຫຼັກຊັບ ຫວຽດນາມ ດູດດື່ມສຳລັບນັກລົງທຶນ

(VOVWORLD) - ໃນບົດລາຍງານຍຸດທະສາດຕະຫຼາດຫຼັກຊັບເດືອນ ກຸມພາ ຂອງ ບໍລິສັດຫຸ້ນສ່ວນຫຼັກຊັບ SSI ມີຫົວຂໍ້ “ກາລະໂອກາດໃນການຫັນປ່ຽນ” ຊີ້ໃຫ້ເຫັນວ່າ: ກະແສເງິນລົງທຶນເຂົ້າໃນຕະຫຼາດຫຼັກຊັບຂອງ ຫວຽດນາມ ໃນເດືອນ ມັງກອນ ປີ 2021 ແມ່ນຫຼາຍທີ່ສຸດນັບແຕ່ຕົ້ນປີ 2020 ມານີ້.
ຕະຫຼາດຫຼັກຊັບ ຫວຽດນາມ ດູດດື່ມສຳລັບນັກລົງທຶນ - ảnh 1ຕະຫຼາດຫຼັກຊັບ ຫວຽດນາມ ດູດດື່ມສຳລັບນັກລົງທຶນ (ພາບ: TTXVN)

ໄລ່ຕາມອາທິດ, ຫວຽດນາມ ແມ່ນຕະຫຼາດຫຸ້ນພຽງແຕ່ດຽວ ຢູ່ ພາກພື້ນ ອາຊີ ທີ່ມີທຶນຫລົ່ງໄຫລເຂົ້າມາຢ່າງລ່ຽນຕິດໃນ 4 ອາທິດແລ້ວນີ້.  ທຶນເຂົ້າ - ອອກສະຫຼັບກັນຢ່າງເປັນເຈົ້າການ ແລະ ໄລ່ລວມແລ້ວ ໃນເດືອນ ມັງກອນ ສາມາດດຶງດູດປະມານ 23,5 ລ້ານ USD. ເຖິງຢ່າງໃດກໍຕາມ, ດ້ວຍຈຳນວນທຶນໃຫຍ່ຫຼວງ ທີ່ຫລົ່ງໄຫລເຂົ້າໃນກອງທຶນ ETE ນັ້ນ  ໄດ້ຊ່ວຍໃຫ້ຕະຫຼາດ ຫວຽດນາມ ຍັງດຶງດູດເງິນ. ກວ່າ 100 ລ້ານ USD ໃນເດືອນຜ່ານມາ. ບໍລິສັດ SSI ຖືວ່າ ຕະຫຼາດ ຫວຽດນາມ ແມ່ນຕະຫຼາດທີ່ພວມມີຄວາມດູດດື່ມພໍສົມຄວນ ຍ້ອນຄວາມສາມາດຄວບຄຸມໂລກລະບາດ, ການເຕີບໂຕເສດຖະກິດ ແລະ ແມ່ນສະຖານທີ່ເຄືຶ່ອນຍ້າຍການຜະລິດໃນທົ່ວໂລກ.

ຕອບກັບ

ຂ່າວ/ບົດ​ອື່ນ