ຕາລີບານ ຈະນຳໃຊ້ລັດຖະທຳມະນູນລາຊາທິປະໄຕໂດຍຊົ່ວຄາວ ແລະ ມອບສິດໃຫ້ແກ່ແມ່ຍິງ
(VOVWORLD) -ຜູ້ຮັກສາການລັດຖະມົນຕີກະຊວງຍຸຕິທຳຂອງອຳນາດການປົກຄອງ ຕາລີບານ ໃຫ້ຮູ້ວ່າ ຈະນຳໃຊ້ເອກະສານສະບັບນີ້ໃນໄລຍະສັ້ນໆ, ແຕ່ເຖິງຢ່າງໃດກໍຕາມ ບໍ່ວ່າມາດຕາໃດທີ່ລະບຸໃນເອກະສານສະບັບນີ້ ຖ້າຫາກໄປຝືນກັບ ກົດໝາຍອິດສະລາມ ນິກາຍ Sharia ແລະ ບັນດາຫຼັກການຂອງປະເທດແຫ່ງ ອິດສະລາມນີ້ ກໍຈະຖືກຍົກເລີກ.
ແມ່ຍິງ ອາບການິດສະຖານໃນຊຸດ Burqa (ພາບ: AFP/TTXVN) |
ວັນທີ 28 ກັນຍາ, ອຳນາດການປົກຄອງ ຕາລີບານ ຢູ່ ອາບການິດສະຖານ ໃຫ້ຮູ້ວ່າ ຈະນຳໃຊ້ລັດຖະທຳມະນູນປີ 1964 ເຊິ່ງເປັນເອກະສານສະບັບທຳອິດທີ່ມອບສິດເລືອກຕັ້ງໃຫ້ແກ່ແມ່ຍິງ ແລະ ເປີດປະຕູໃຫ້ແກ່ແມ່ຍິງເຂົ້າຮ່ວມການເມືອງຢູ່ປະເທດ ອາຊີໃຕ້ນີ້.
ທ່ານ Mawlavi Abdul Hakim Sharaee ຜູ້ຮັກສາການລັດຖະມົນຕີກະຊວງຍຸຕິທຳຂອງອຳນາດການປົກຄອງ ຕາລີບານ ໃຫ້ຮູ້ວ່າ ຈະນຳໃຊ້ເອກະສານສະບັບນີ້ໃນໄລຍະສັ້ນໆ, ແຕ່ເຖິງຢ່າງໃດກໍຕາມ ບໍ່ວ່າມາດຕາໃດທີ່ລະບຸໃນເອກະສານສະບັບນີ້ ຖ້າຫາກໄປຝືນກັບ ກົດໝາຍອິດສະລາມ ນິກາຍ Sharia ແລະ ບັນດາຫຼັກການຂອງປະເທດແຫ່ງ ອິດສະລາມນີ້ ກໍຈະຖືກຍົກເລີກ.