(vovworld) - ວັນທີ 30/12, ວົງການເຈົ້າໜ້າທີ່ປາກິດສະຖານ ໃຫ້ຮູ້ວ່າ: ບັນດາມືປຶນຂອງກຳລັງອິດສະລາມ ຕາລີບານ ໄດ້ເຂັ່ນຂ້ານັກຮົບ 21 ຄົນຂອງປະເທດນີ້, ເຊິ່ງແມ່ນບັນດາບຸກຄົນຖືກລອກຈັບຕົວກ່ອນນີ້ 3 ວັນ ໃນການບຸກໂຈມຕີຂອງ ຕາລີບານ ເຂົ້າຄ້າຍທະຫານ 2 ແຫ່ງຢູ່ເຂດຕາເວັນຕົກພາກເໜືອ. ກ່ອນໜ້ານັ້ນ, ວັນທີ 27/12, 200 ມືປືນ ຕາລີບານໄດ້ບຸກເຂົ້າຄ້າຍທະຫານ 2 ແຫ່ງຂອງລັດຖະບານ ປະກິດສະຖານ ທີ່ຕັ້ງຢູ່ຊານນະຄອນ Peshawar, ເຂັ່ນຂ້າເຈົ້າໜ້າທີ່ປ້ອງກັນຄວາມສະຫງົບ 2 ຄົນ ແລະ ລອກຈັບຕົວ 23 ຄົນ. ເຈົ້າໜ້າທີ່ອຳນາດການປົກຄອງທ້ອງຖິ່ນ ໄດ້ພົບເຫັນສົບຂອງເຈົ້າໜ້າທີ່ປ້ອງກັນຄວາມສະຫງົບ 21 ຄົນນີ້ຢູ່ບ່ອນໃກ້ກັບຄ້າຍທະຫານ 2 ແຫ່ງດັ່ງກ່າວ. ໃນແຜ່ນຊີດີ ທີ່ຫາກໍໄດ້ປະກາດ, ທ່ານ Hakimullah Mehsud, ຫົວໜ້າ ຕາລີບານ ຢູ່ ປາກິດສະຖານ ເວົ້າວ່າ: ສາມາດມີການເຈລະຈາ ກັບອຳນາດການປົກຄອງໃນເມື່ອອຳນາດການປົກຄອງ ປາກິດສະຖານ ລົບລ້າງການພົວພັນກັບ ອາເມລິກາ.