ຕ່ຳແຜ່ນຕັດຫຍິບຫວຽດນາມຜ່ານຜ່າຄວາມຫຍຸ້ງຍາກເພື່ອເຊື່ອມໂຍງ
(ພາບປະກອບ)
(vovworld) - ດ້ວຍສັນຍາການຄ້າເສລີຫລາຍສະບັບທີ່ໄດ້ຮັບການລົງນາມຄື: ສັນຍາ FTA ຫວຽດນາມ - ອີຢູ, ສັນຍາຄູ່ຮ່ວມມືເສດຖະກິດຂ້າມປາຊີຟິກ TPP, ຂະແໜງຕ່ຳແຜ່ນຕັດຫຍິບ ຫວຽດນາມ ພວມຢືນຢູ່ຕໍ່ໜ້າກາລະໂອກາດໃຫຍ່ກ່ຽວກັບການເປີດກ້ວາງຄວາມສາມາດຜະລິດ, ດຶງດູດແຫຼ່ງເງິນລົງທຶນ FDI ແລະ ເພີ່ມມູນຄ່າສົ່ງອອກໂດຍໄວ. ເຖິງຢ່າງໃດກໍ່ຕາມ, ປີ 2016 ໄດ້ຮັບການຄາດຄະເນວ່າ ຈະແມ່ນປີຫຍຸ້ງຍາກໃຫ້ຂະແໜງຕ່ຳແຜ່ນຕັດຫຍິບ ຫວຽດນາມ. ດັ່ງນັ້ນ, ວົງເງິນສົ່ງອອກໃນປີນີ້ ຄາດວ່າຈະບັນລຸລະດັບເຕີບໂຕແຕ່ 8 ເຖິງ 10%, ວົງເງິນສົ່ງອອກບັນລຸແຕ່ 29,5 ເຖິງ 30 ຕື້ USD. ທ່ານ ຫວູດຶກຢາງ ປະທານສະຫະສະມາຄົມຕ່ຳແຜ່ນຕັດຫຍິບ ຫວຽດນາມ ໃຫ້ຮູ້ວ່າ:
“ລັດຕ່ອງມີຍຸດທະສາດພັດທະນາແຫຼ່ງກຳລັງ, ຄວນມີຍຸດທະສາດພັດທະນາຂອງລັດຖະບານ, ຂອງລັດສຳລັບບັນດາໂຮງຮຽນບຳລຸງສ້າງ ເພື່ອກໍ່ສ້າງຖັນແຖວນັກອອກແບບ. ຕ້ອງມີຍຸດທະສາດ ເພື່ອຮັບປະກັນວ່າ ບັນດານັກອອກແບບນີ້ ມີຈິນຕະນາການ ແລະ ຫົວຄິດປະດິດສ້າງອັນຄົບຖ້ວນ, ພິເສດແມ່ນຈິນຕະນາການພັດທະນາເຊື່ອມໂຍງເຂົ້າກັບສາກົນ. ພວກເຮົານຳຜະລິດຕະພັນເຂົ້າຕະຫລາດ ອາເມລິກາ ແມ່ນຕ້ອງມີຄວາມເຂົ້າໃຈວັດທະນະທຳຂອງຊາວ ອາເມລິກາ, ນຳຜະລິດຕະພັນເຂົ້າ ເອີລົບ ແມ່ນຕ້ອງເຂົ້າໃຈວັດທະນະທຳຂອງ ເອີລົບ”.