(vovworld) – ແຈ້ງຂ່າວຂອງຄະນະເລຂາ ອາຊຽນ ໃຫ້ຮູ້ວ່າ: ຄະນະກຳມະການເຈລະຈາການຄ້າສັນຍາການພົວພັນຄູ່ຮ່ວມມືເສດຖະກິດພາກພື້ນຮອບດ້ານ (RCEP) ຫາກໍ່ອອກຖະແຫຼງການຮ່ວມກ່ຽວກັບການເຈລະຈາຄັ້ງທຳອິດລະຫວ່າງ ອາຊຽນ ແລະ 6 ຄູ່ຮ່ວມມື (ອາຊຽນ + 6). ຕາມແຈ້ງຂ່າວແລ້ວ, ບັນດາເຈົ້າໜ້າທີ່ຂອງ 10 ປະເທດສະມາຊິກ ອາຊຽນ ແລະ 6 ຄູ່ຮ່ວມມືສັນຍາການຄ້າເສລີ (FTA) ຂອງ ອາຊຽນ ເຊິ່ງລວມມີ: ອົດສະຕາລີ, ຈີນ, ອິນເດຍ, ຍີ່ປຸ່ນ, ສ ເກົາຫຼີ ແລະ ນິວ ຢີແລນ, ເຈລະຈາຢ່າງລະອຽດ ກ່ຽວກັບ RCEP ຢູ່ ບຣູໄນ ແຕ່ວັນທີ 9 – 13/5, ເພື່ອສ້າງສຳເລັດ RCEP ໃນທ້າຍປີ 2015. ຖະແຫຼງການຮ່ວມຊີ້ແຈ້ງວ່າ ບັນດາການເຈລະຈາ RCEP ຮັບຮູ້ບົດບາດໃຈກາງຂອງ ອາຊຽນ ໃນໂຄງປະກອບເສດຖະກິດພາກພື້ນ ແລະ ຜົນປະໂຫຍດຂອງບັນດາຄູ່ຮ່ວມມື FTA ຂອງ ອາຊຽນ ໃນການໜູນຊ່ວຍ ແລະ ປະກອບສ່ວນເຂົ້າໃນການເຊື່ອມໂຍງເສດຖະກິດ, ພັດທະນາເສດຖະກິດແບບຍຸຕິທຳ ແລະ ເພີ່ມທະວີການຮ່ວມມືເສດຖະກິດລະຫວ່າງບັນດາປະເທດເຂົ້າຮ່ວມ.