ຖະແຫຼງການຮ່ວມລະຫວ່າງສສຫວຽດນາມແລະລາຊະອານາຈັກກຳປູເຈຍ
ປະທານປະເທດ ເຈືອງເຕີນຊາງ ແລະ ນາຍົກລັດຖະມົນຕີ Hunsen
(ພາບ: Nguyễn Khang/TTXVN)
(vovworld) - ໂດຍຮັບຄຳເຊີນຂອງພະບາດສົມເດັດ ພະບໍລົມມະນຽດ ໂນໂຣດົມ ສີຫະໂມນີ, ກະສັດແຫ່ງລາຊະອານາຈັກກຳປູເຈຍ, ທ່ານປະທານປະເທດ ສສ ຫວຽດນາມ ເຈືອງເຕິ໋ນຊາງ ພ້ອມກັບຄະນະຜູ້ແທນຂັ້ນສູງ ຫວຽດນາມ ໄດ້ໄປຢ້ຽມຢາມທາງລັດຖະກິດ ລາຊະອານາຈັກກຳປູເຈຍ ໃນລະຫວ່າງວັນທີ 23-24/12/2014. ສິ້ນສຸດການຢ້ຽມຢາມ, ສອງຝ່າຍໄດ້ອອກຖະແຫຼງການຮ່ວມ ສສ ຫວຽດນາມ - ລາຊະອານາຈັກກຳປູເຈຍ. ເຊິ່ງໃນນັ້ນສອງຝ່າຍໄດ້ສະແດງຄວາມພາກພູມໃຈຕໍ່ການພັດທະນາອັນດີງາມຂອງການພົວພັນຖານບ້ານໃກ້ເຮືອນຄຽງມິດຕະພາບ ແລະ ການຮ່ວມມືຮອບດ້ານລະຫວ່າງຫວຽດນາມ - ກຳປູເຈຍ ໃນໄລຍະຜ່ານມາ. ການນຳສອງປະເທດຢືນຢັນສືບຕໍ່ປັບປຸງ ແລະ ພັດທະນາການພົວພັນລະຫວ່າງສອງປະເທດຕາມທິດນຳ “ເປັນບ້ານໃກ້ເຮືອນຄຽງທີ່ດີ, ມິດຕະພາບທີ່ເປັນມູນເຊື້ອ, ການຮ່ວມມືຮອບດ້ານ, ໝັ້ນຄົງ, ຍາວນານ“, ປະຕິບັດບັນດາຫຼັກການທີ່ລະບຸໄວ້ໃນຖະແຫຼງການຮ່ວມ ຫວຽດນາມ - ກຳປູເຈຍເມື່ອປີ 1999, 2005, 2009, 2011 ຢ່າງຄົບຖ້ວນ, ເຄົາລົບເອກະລາດ, ອະທິປະໄຕ ແລະ ຜືນແຜ່ນດິນອັນຄົບຖ້ວນຂອງກັນ, ບໍ່ແຊກແຊງເຂົ້າວຽກງານພາຍໃນຂອງກັນ ແລະ ບໍ່ອະນຸຍາດໃຫ້ບໍ່ວ່າອິດທິກຳລັງທີ່ເປັນປໍລະປັກໃດ ນຳໃຊ້ຜືນແຜ່ນດິນຂອງປະເທດນີ້ ເພື່ອຂົ່ມຂູ່ເຖິງຄວາມສະຫງົບປອດໄພຂອງປະເທດອື່ນ, ແກ້ໄຂບັນດາບັນຫາທີ່ເກີດຂຶ້ນລະຫວ່າງສອງປະເທດ ຜ່ານການເຈລະຈາສັນຕິພາບ. ສອງຝ່າຍເຫັນດີເພີ່ມທະວີການພົບປະຂັ້ນສູງ, ແລກປ່ຽນຄະນະຜູ້ແທນທຸກຂັ້ນ, ສົ່ງເສີມການເຄື່ອນໄຫວພົບປະແລກປ່ຽນລະຫວ່າງປະຊາຊົນສອງປະເທດ, ພິເສດແມ່ນລະຫວ່າງບັນດາທ້ອງຖີ່ນທີ່ຕິດກັບຊາຍແດນ. ສອງຝ່າຍເຫັນດີພິຈາລະນານະໂຍບາຍຕ່າງໆ ເພື່ອແນໃສ່ສູ້ຊົນບັນລຸວົງເງິນການຄ້າລະຫວ່າງສອງປະເທດໃຫ້ໄດ້ 5 ຕື້ USD ໃນປີ 2015 ແລະ ສືບຕໍ່ເພີ່ມຂຶ້ນໃນຊຸມປີຕໍ່ໄປ. ສອງຝ່າຍຢືນຢັນຄືນໃໝ່ສືບຕໍ່ປະຕິບັດບັນດາສົນທິສັນຍາ, ສັນຍາ ແລະ ຂໍ້ຕົກລົງຕ່າງໆກ່ຽວກັບຊາຍແດນລະຫວ່າງສອງປະເທດຢ່າງມີປະສິດທິຜົນ ແລະ ຕັດສິນໃຈປະຕິບັດສຳເລັດວຽກງານຂີດເສັ້ນຊາຍແດນ, ປັກຫຼັກໝາຍຊາຍແດນທາງບົກໂດຍໄວ, ເພື່ອແນໃສ່ກໍ່ສ້າງເສັ້ນຊາຍແດນລະຫວ່າງສອງປະເທດໃຫ້ເປັນເສັ້ນຊາຍແດນສັນຕິພາບ, ມິດຕະພາບ, ຮ່ວມມື ແລະ ພັດທະນາ. ການນຳສອງປະເທດກໍ່ໃຫ້ຄຳໝັ້ນສັນຍາສືບຕໍ່ສົມທົບກັນ, ແບ່ງປັນຂໍ້ມູນ ແລະ ສະໜັບສະໜູນເຊິ່ງກັນ ແລະ ກັນໃນບັນດາເວທີປາໄສຫຼາຍຝ່າຍ ເຊິ່ງທັງສອງປະເທດເປັນສະມາຊິກ; ມານະພະຍາຍາມປັບປຸງ ແລະ ເສີມຂະຫຍາຍຄວາມສາມັກຄີ ແລະ ບົດບາດໃຈກາງຂອງອາຊຽນ, ປະກອບສ່ວນເພື່ອສັນຕິພາບ, ຄວາມໝັ້ນຄົງ, ສະຖຽນລະພາບ ແລະ ການພັດທະນາຂອງພາກພື້ນ; ສະໜັບສະໜູນເລື່ອງແກ້ໄຂຄວາມຂັດແຍ້ງກັນດ້ວຍສັນຕິວິທີ, ເໝາະສົມກັບກົດໝາຍສາກົນ ແລະ ບັນດາຄຳໝັ້ນສັນຍາຂອງພາກພື້ນ. ສອງຝ່າຍໃຫ້ຄຳໝັ້ນສັນຍາສືບຕໍ່ຮ່ວມມືກັນຢ່າງແໜ້ນແຟ້ນ ແລະ ຮ່ວມມືກັບບັນດາປະເທດສະມາຊິກອື່ນໆຂອງຄະນະກຳມາທິການແມ່ນ້ຳຂອງສາກົນ, ເພື່ອແນໃສ່ຮັບປະກັນຄຸ້ມຄອງ ແລະ ນຳໃຊ້ແຫຼ່ງນຳ້ແມ່ນຳ້ຂອງຢ່າງໝັ້ນຄົງ.