(vovworld) – ຢູ່ນອກການຢ້ຽມຢາມ ແລະ ເຂົ້າຮ່ວມສັບປະດາຂັ້ນສູງ APEC 2015 ຢູ່ຟີລິບປີນ, ທ່ານປະທານປະເທດ ເຈືອງເຕີນຊາງ ແລະ ທ່ານປະທານາທິບໍດີຟີລິບປີນ ໄດ້ເປັນສັກຂີພິຍານລັດຖະມົນຕີການຕ່າງປະເທດ 2 ປະເທດລົງນາມໃນຖະແຫຼງການຮ່ວມ ກ່ຽວກັບການສ້າງຕັ້ງການພົວພັນຄູ່ຮ່ວມມືຍຸດທະສາດລະຫວ່າງສສ.ຫວຽດນາມ ແລະ ສ.ຟີລິບປີນ. ຖະແຫຼງການຮ່ວມລວມມີ 47 ຂໍ້, ໃນນັ້ນໄດ້ຢືນຢັນຄືນໃໝ່ບົດບາດໃຈກາງຂອງອາຊຽນ ໃນການປັບປຸງ ແລະ ຮັກສາສັນຕິພາບ, ສະຖຽນລະພາບ ແລະ ຄວາມສະຫງົບປອດໄພໃນພາກພື້ນ, 2 ຝ່າຍເຫັນດີເພີ່ມທະວີການຮ່ວມມືໃຫ້ເໝາະສົມກັບບັນດາຄຳໝັ້ນສັນຍາອາຊຽນ ກ່ຽວກັບການຊຸກຍູ້ກໍ່ສ້າງປະຊາຄົມອາຊຽນ. ເພື່ອປະຕິບັດວິໄສທັດຂອງການພົວພັນຄູ່ຮ່ວມມືຍຸດທະສາດ, ລັດຖະບານຫວຽດນາມ ແລະ ລັດຖະບານຟີລິບປີນ ຈະຮ່ວມມືໃນ 7 ຂົງເຂດຫຼັກແຫຼ່ງຄື: ການເມືອງ, ເສດຖະກິດ, ການປ້ອງກັນຊາດປ້ອງກັນຄວາມສະຫງົບ ແລະ ປະຕິບັດກົດໝາຍ, ທະເລ ແລະ ມະຫາສະມຸດ, ວັດທະນະທຳ - ສັງຄົມ, ວິທະຍາສາດ - ເຕັກນິກ, ການຮ່ວມມືຫຼານຝ່າຍ.
ກ່ຽວກັບການຮ່ວມມືດ້ານການເມືອງ: ເພີ່ມທະວີການພົບປະແລກປ່ຽນ 2 ຝ່າຍໃນທຸກຂັ້ນ, ລວມທັງບັນດາການຢ້ຽມຢາມຂອງການນຳຂັ້ນສູງລັດ, ລັດຖະບານ, ສະພາແຫ່ງຊາດ… ພ້ອມທັງກ້າວໄປເຖິງການສ້າງໂທລະສັບຊາຍດ່ວນລະຫວ່າງການນຳຂຶ້ນສູງ 2 ປະເທດ.
ໃນການຮ່ວມມືດ້ານເສດຖະກິດ: 2 ຝ່າຍມານະພະຍາຍາມຍົກວົງເງິນການຄ້າສິນຄ້າ, ການບໍລິການ ແລະ ການລົງທຶນທຶນໃຫ້ຂຶ້ນສູ່ລະດັບສູງໃໝ່ ກົງກັບໂອກາດສະເຫຼີມສະຫຼອງ 40 ປີແຫ່ງວັນສ້າງຕັ້ງການພົວພັນທາງການທູດປີ 2016.
ກ່ຽວກັບການຮ່ວມມືດ້ານປ້ອງກັນຊາດ, ປ້ອງກັນຄວາມສະຫງົບ, ຍຸຕິທຳ ແລະ ການປະຕິບັດກົດໝາຍ, ສອງຝ່າຍຮັກສາບັນດາການປະຊຸມປະຈຳປີຂອງໜ່ວຍເຮັວຽກລວມກ່ຽວກັບການຮ່ວມມືປ້ອງກັນຊາດຫວຽດນາມ - ຟິລິບປີນ, ສອງຝ່າຍຈະກ້າວໄປເຖິງການປະຕິບັດການເຄື່ອນໄຫວຮ່ວມກັນລະຫວ່າງກຳລັງທະຫານສອງປະເທດ. ເພີ່ມທະວີການຮ່ວມມືເພື່ອແນໃສ່ເພີ່ມຄວາມສາມາດຂອງສອງຝ່າຍໃນການຮັບມືກັບໄພຂົ່ມຂູ່ເຖິງຄວາມສະຫງົບປອດໄພ. ເພີ່ມທະວີການຮ່ວມມືໃນຂອບເຂດຫຼາຍຝ່າຍ…
ກ່ຽວກັບການຮ່ວມມືດ້ານທະເລ, ມະຫາສະໝຸດ, ສອງຝ່າຍສືບຕໍ່ຜັນຂະຫຍາຍບັນດາຂໍ້ຕົກລົງຮ່ວມມືລະຫວ່າງຕຳຫຼວດທະເລຫວຽດນາມ ແລະ ກຳລັງປ້ອງກັນຝັ່ງທະເລຟີລິບປີນ ແລະ ບັນດາອົງການກ່ຽວຂ້ອງຂອງສອງປະເທດ, ຊຸກຍູ້ການຮ່ວມມືດ້ານທະເລ ຢູ່ທະເລຕາເວັນອອກບົນພື້ນຖານເໝາະສົມກັບບັນດາຂໍ້ກຳນົດ ແລະ ກົດໝາຍຂອງແຕ່ລະປະເທດ ກໍ່ຄືກົດໝາຍສາກົນ.
ກ່ຽວກັບການຮ່ວມມືຫຼາຍຝ່າຍ, ສອງປະເທດເພີ່ມທະວີການແລກປ່ຽນ, ຮ່ວມມື, ສົມທົບກັນ ແລະ ສະໜັບສະໜູນເຊິ່ງກັນ ແລະ ກັນ ຢູ່ບັນດາກົນໄກຮ່ວມມືພາກພື້ນ ແລະ ສາກົນໃຫ້ເໝາະສົມ, ພ້ອມກັນມານະພະຍາຍາມຫັນວິໄສທັດປະຊາຄົມອາຊຽນ 2025 ໃຫ້ປະກົດຜົນເປັນຈິງ ແລະ ປັບປຸງບົດບາດໃຈກາງຂອງອາຊຽນໃນໂຄງປະກອບພາກພື້ນທີ່ມີຫຼາຍຮູບຫຼາຍແບບ. ຢືນຢັນຄືນຄຳໝັ້ນສັນຍາສຳລັບຫຼັກການແກ້ໄຂຄວາມຂັດແຍ້ງຜືນແຜ່ນດິນ ແລະ ສິດຕັດສິນ ດ້ວຍສັນຕິວິທີ, ກໍ່ຄືຮັບປະກັນຄວາມສະຫງົບປອດໄພ ແລະ ຄວາມເສລີໃນການເດີນທະເລ, ການບິນຢູ່ທະເລຕາເວັນອອກ, ໃຫ້ເໝາະສົມກັບຫຼັກການຕ່າງໆທີ່ໄດ້ຮັບການຮັບຮອງຢ່າງກວ້າງຂວາງຂອງກົດໝາຍສາກົນ.