ສອງຝ່າຍອອກຖະແຫຼງການຮ່ວມ
(ພາບ:phapluattp.vn)
( vovworld ) – ວັນທີ 27/7, ຕາມເວລາສະຫະພັນລັດເຊຍ, ພາຍຫຼັງການພົບປະເຈລະຈາລະຫວ່າງທ່ານປະທານປະເທດຫວຽດນາມ Truong Tan Sang ແລະ ປະທານາທິບໍດີລັດເຊຍ V.Putin, ສອງຝ່າຍໄດ້ອອກຖະແຫຼງການຮ່ວມກ່ຽວກັບການເພີ່ມທະວີການພົວພັນຄູ່ຮ່ວມມືຍຸດທະສາດຮອບດ້ານ. ຖະແຫຼງການຮ່ວມຊີ້ແຈ້ງວ່າ: ປະມຸກລັດສອງປະເທດມີແຜນນະໂຍບາຍເພີ່ມທະວີການເຈລະຈາດ້ານການເມືອງຢູ່ຂັ້ນຕ່າງໆ, ພິເສດແມ່ນຢູ່ຂັ້ນສູງສຸດ, ສືບຕໍ່ປັບປຸງການພົວພັນລະຫວ່າງສອງສະພາແຫ່ງຊາດ, ພັກການເມືອງ, ຂະແໜງການ ແລະ ທ້ອງຖິ່ນຕ່າງໆຂອງສອງປະເທດກ່ວາອີກ. ປະມຸກລັດສອງປະເທດສະໜັບສະໜູນການນຳວົງເງິນການຄ້າສອງສົ້ນຂຶ້ນ 5 ຕື້ໂດລາສະຫະລັດໃນປີ 2015. ສອງຝ່າຍຢືນຢັນຄວາມຈຳເປັນຕ້ອງເປີດກ້ວາງການຮ່ວມມືໃນບັນດາຂົງເຂດວິທະຍາສາດ-ເຕັກໂນໂລຊີ, ການສຶກສາ-ບຳລຸງສ້າງ….ຄິດໄລ່ເຖິງຄວາມຕ້ອງການທີ່ນັບມື້ນັບສູງຂອງຫວຽດນາມ ກ່ຽວກັບຜູ້ຊ່ຽວຊານລະດັບສູງຮັບໃຊ້ໃຫ້ແກ່ບັນດາຂະແໜງເຕັກໂນໂລຊີສູງຂອງພື້ນຖານເສດຖະກິດ, ໃນນັ້ນມີພະລັງງານນິວເຄຼຍ.
ຫວຽດນາມ ແລະ ລັດເຊຍ ຢັ້ງຢືນຄວາມຕັດສິນໃຈຈະເພີ່ມທະວີການປະສານສົມທົບກັນ ເພື່ອແນໃສ່ຮັບມືກັບບັນດາການທ້າທາຍ, ໄພອັນຕະລາຍໃໝ່, ນາບຂູ່ຄວາມສະຫງົບປອດໄພ ແລະ ການພັດທະນາແບບຍືນຍົງຢູ່ພາກພື້ນອາຊີ-ປາຊີຟິກ, ກ່ອນອື່ນໝົດແມ່ນໃນຂອບເຂດເວທີປາໄສພາກພື້ນອາຊຽນ ແລະ ກອງປະຊຸມລັດຖະມົນຕີກະຊວງປ້ອງກັນປະເທດອາຊຽນກັບບັນດາຄູ່ຮ່ວມມືເຈລະຈາ. ສອງຝ່າຍຖືວ່າ, ການພິພາດຜືນແຜ່ນດິນ ແລະ ການພິພາດອື່ນໆຢູ່ພາກພື້ນອາຊີ-ປາຊີຟິກຕ້ອງໄດ້ຮັບການແກ້ໄຂໂດຍສັນຕິວິທີ, ບົນພື້ນຖານກົດໝາຍສາກົນ.
ຫວຽດນາມ ແລະ ສະຫະພັນລັດເຊຍ ຢັ້ງຢືນແຜນນະໂຍບາຍເປີດກ້ວາງການຮ່ວມມືໃນຂອບເຂດ “ເວທີປາໄສອາຊີເອີລົບ“, ສອງຝ່າຍສະໜັບສະໜູນເລື່ອງນຳບັນດາບັນຫາມີລັກສະນະຫຼັກການກ່ຽວກັບຄວາມສະຫງົບປອດໄພໃນພາກພື້ນເຂົ້າໃນໂຄງການດຳເນີນງານຂອງກອງປະຊຸມສຸດຍອດອາຊີ.
ທ່ານປະທານປະເທດ ສສ ຫວຽດນາມ Truong Tan Sang ເຊື້ອເຊີນປະທານາທິບໍດີສະຫະພັນລັດເຊຍ V.Putin ໄປຢ້ຽມຢາມຫວຽດນາມ ຢ່າງເປັນທາງການໃນໄລຍະເວລາເໝາະສົມ. ປະທານາທິບໍດີສະຫະພັນລັດເຊຍ V.Putin ໄດ້ຮັບຄຳເຊີນ ແລະ ໄລຍະເວລາລະອຽດຂອງການໄປຢ້ຽມຢາມຈະຖຶກຕົກລົງຜ່ານທາງການທູດ.