ຖະແຫຼງການຮ່ວມຫວຽດນາມ-ໄຮຕີ
(ພາບ: vov.vn)
(vovworld)- ເນື່ອງໃນໂອກາດທ່ານນາຍົກລັດຖະມົນຕີຫວຽດນາມ ຫງວຽນເຕີນຢູງ ສິ້ນສຸດການຢ້ຽມຢາມປະເທດ ສ.ໄຮຕີ ຢ່າງຈົບງາມ, ວັນທີ28/3, ສອງຝ່າຍໄດ້ອອກຖະແຫຼງການຮ່ວມ.
ຖະແຫຼງການຮ່ວມຊີ້ແຈ້ງວ່າ: ຫວຽດນາມ ແລະ ໄຮຕີ ເຫັນດີເປັນເອກະສັນສືບຕໍ່ປັບປຸງ ແລະ ເປີດກ້ວາງການພົວພັນຮ່ວມມືທີ່ມີປະສິດທິຜົນລະຫວ່າງສອງປະເທດເພື່ອແນໃສ່ປະກອບສ່ວນຍົກສູງເງື່ອນໄຂດຳລົງຊີວິດຂອງ ປຊຊ, ຮັບໃຊ້ການພັດທະນາເສດຖະກິດ ແລະ ສັງຄົມແບບຍືນຍົງຂອງສອງປະເທດ. ຄຽງຄູ່ກັນນັ້ນ, ຊຸກຍູ້ການເຊັນບັນດາສັນຍາ, ຂໍ້ຕົກລົງເພື່ອແນໃສ່ສ້າງຂອບເຂດກົດໝາຍໃຫ້ສອດຄ່ອງກັບການພັດທະນາແບບຍືນຍົງຂອງການພົວພັນຮ່ວມມືຫຼາຍດ້ານ. ປະຕິບັດບົດບັນທຶກຊ່ວຍຈຳກ່ຽວກັບການຮ່ວມມືໃນຂົງເຂດພະລັງງານລະຫວ່າງກະຊວງອຸດສາຫະກຳການຄ້າຫວຽດນາມ ແລະ ຫ້ອງວ່າການລັດຖະມົນຕີຮັບຜິດຊອບກ່ຽວກັບຄວາມໝັ້ນຄົງພະລັງງານໄຮຕີ, ຊຸກຍູ້ການເຈລະຈາເພື່ອເຊັນສັນຍາຮ່ວມມືດ້ານສິລະປະວັດທະນະທຳ ແລະ ສັນຍາສົ່ງເສີມ ແລະ ອາລັກຂາການລົງທຶນ. ສອງຝ່າຍເຫັນດີເປັນເອກະສັນສ້າງເງື່ອນໄຂອຳນວຍຄວາມສະດວກເພື່ອຈັດບັນດາການເຄື່ອນໄຫວພົບປະແລກປ່ຽນ, ຊ່ວຍສອງປະເທດຫຍັບມໍ່ເຂົ້າກັນກ່ວາອີກ; ສ້າງເງື່ອນໄຂອຳນວຍຄວາມສະດວກໃນການໄປມາຫາສູ່ກັນຂອງພົນລະເມືອງຫວຽດນາມ ແລະ ໄຮຕີ ໃນເຂດດິນແດນສອງປະເທດ./.