ຖະແຫຼງການຮ່ວມ ຫວຽດນາມ-ຮາຍຕີ
ທ່ານນາຍົກລັດຖະມົນຕີ ຫວຽດນາມ ຫງວຽນ ເຕີ້ນຢຸ້ງ ແລະ ທ່ານນາຍົກລັດຖະມົນຕີ ແຫ່ງ ສ.ຮາຍຕີ Laurent Salvador Lamothe
(ພາບ : chinhphudientu)
|
Vovworld- ເນື່ອງໃນໂອກາດການຢ້ຽມຢາມຫວຽດນາມຢ່າງເປັນທາງການແຕ່ວັນທີ 16 ຫາວັນທີ 19/12 ຂອງທ່ານນາຍົກລັດຖະມົນຕີ ແຫ່ງ ສ.ຮາຍຕີ Laurent Salvador Lamothe , ທ່ານນາຍົກລັດຖະມົນຕີ ຫວຽດນາມ ຫງວຽນ ເຕີ້ນຢຸ້ງ ແລະ ທ່ານນາຍົກລັດຖະມົນຕີ ແຫ່ງ ສ.ຮາຍຕີ Laurent Salvador Lamothe ໄດ້ອອກຖະແຫຼງການຮ່ວມ. ການນຳ 2 ທ່ານຢືນຢັນຄວາມຕັດສິນໃຈປັບປຸງ ແລະ ເຮັດໃຫ້ການພົວພັນຫວຽດນາມ-ຮາຍຕີເລິກເຊິ່ງຂຶ້ນຕື່ມໃນຂົງເຂດການເມືອງ, ເສດຖະກິດ, ແລະ ວັດທະນະທຳ, ຮັບໃຊ້ຢ່າງແທດຈິງໃຫ້ແກ່ພາລະກິດພັດທະນາຂອງແຕ່ລະປະເທດ, ເປັນເອກະສັນກັນກ່ຽວກັບທິດທາງ ແລະ ມາດຕະການຕ່າງໆແນໃສ່ເພີ່ມທະວີການພົວພັນຮ່ວມມືໃນໄລຍະທີ່ຈະມາເຖິງ. ທ່ານນາຍົກລັດຖະມົນຕີຫວຽດນາມ ຫງວຽນ ເຕີ້ນຢຸ້ງ ແລະ ທ່ານນາຍົກລັດຖະມົນຕີ ແຫ່ງ ສ.ຮາຍຕີ Laurent Salvador Lamothe ເປັນເອກະສັນກັນຊຸກຍູ້ການສ້າງຕັ້ງບັນດາກົນໄກ ແລະ ລະບົບກົດໝາຍທີ່ອຳນວຍຄວາມສະດວກໃຫ້ແກ່ບັນດາວິສາຫະກິດຫວຽດນາມເຄື່ອນໄຫວຢູ່ຮາຍຕີ ແລະ ບັນດາວິສາຫະກິດ ຮາຍຕີ ເຄື່ອນໄຫວຢູ່ ຫວຽດນາມບົນພື້ນຖານສະເໝີພາບ, ຕ່າງຝ່າຍຕ່າງມີຜົນປະໂຫຍດສອດຄອງກັບກົດໝາຍຂອງແຕ່ລະປະເທດ. 2 ຝ່າຍຍັງແລກປ່ຽນກ່ຽວກັບບາງບັນຫາພາກພື້ນ ແລະ ສາກົນທີ່ຕ່າງຝ່າຍມີຄວາມສົນໃຈ. ກ່ຽວກັບສະພາບການຢູ່ທະເລຕາເວັນອອກ, ທ່ານນາຍົກລັດຖະມົນຕີ ແຫ່ງ ສ.ຮາຍຕີ Laurent Salvador Lamothe ສະໜັບສະໜູນຄວາມຕັດສິນໃຈຂອງບັນດາປະເທດໃນພາກພື້ນເພື່ອຮັກສາສັນຕິພາບ, ສະຖຽນລະພາບ ແລະ ການແກ້ໄຂການພິພາດຢູ່ ທະເລຕາເວັນອອກຜ່ານການເຈລະຈາໂດຍສັນຕິວິທີ, ບົນພື້ນຖານກົດໝາຍສາກົນ. ທ່ານນາຍົກລັດຖະມົນຕີຫວຽດນາມ ຫງວຽນ ເຕີ້ນຢຸ້ງ ຕີລາຄາສູງນະໂຍບາຍເຊືອ່ມໂຍງພາກພື້ນຂອງຮາຍຕີ, ປະກອບສ່ວນເຂົ້າໃນສັນຕິພາບ, ສະຖຽນລະພາບ ການຮ່ວມມື ແລະ ພັດທະນາຢູ່ອາເມລິກາລາຕີນ ແລະ ກາຣີເບ.