ທູດພິເສດຂອງທ່ານປະທານາທິບໍດີ ອາເມລິກາ ຮັບຜິດຊອບກ່ຽວກັບການປ່ຽນແປງຂອງດິນຟ້າອາກາດ ຢ້ຽມຢາມ ຫວຽດນາມ
(VOVWORLD) -ທູດພິເສດຂອງ ປະທານາທິບໍດີ ອາເມລິກາ ທ່ານ John Kerry ຮັບຜິດຊອບກ່ຽວກັບການປ່ຽນແປງຂອງດິນຟ້າອາກາດ ໄດ້ເດີນທາງມາຢ້ຽມຢາມ ຫວຽດນາມແຕ່ວັນທີ 22 – 25 ກຸມພາ.
ທູດພິເສດຂອງ ປະທານາທິບໍດີ ອາເມລິກາ ທ່ານ John Kerry ຮັບຜິດຊອບກ່ຽວກັບການປ່ຽນແປງຂອງດິນຟ້າອາກາດ (ພາບ: Reuters)
|
ຫ້ອງການໂຄສົກກະຊວງການຕ່າງປະເທດ ອາເມລິກາ ໄດ້ແຈ້ງໃຫ້ຊາບວ່າ ທູດພິເສດຂອງ ປະທານາທິບໍດີ ອາເມລິກາ ທ່ານ John Kerry ຮັບຜິດຊອບກ່ຽວກັບການປ່ຽນແປງຂອງດິນຟ້າອາກາດ ໄດ້ເດີນທາງມາຢ້ຽມຢາມ ຫວຽດນາມແຕ່ວັນທີ 22 – 25 ກຸມພາ. ໃນການຢ້ຽມຢາມຄັ້ງນີ້, ທ່ານ John Kerry ຈະພົບປະກັບເຈົ້າໜ້າທີ່ລັດຖະບານ ແລະ ການນຳວິສາຫະກິດ ແນໃສ່ສ້າງຄວາມເຫັນດີເຫັນພ້ອມໃນການເຄື່ອນໄຫວຫຼັກແຫຼ່ງເພື່ອແກ້ໄຂວິກິດການດິນຟ້າອາກາດ ແລະ ຊຸກຍູ້ວິວັດການຂ້າມຜ່ານເພື່ອມຸ່ງໄປເຖິງພື້ນຖານເສດຖະກິດພະລັງງານສະອາດ.
ທ່ານ John Kerry ຕີລາຄາສູງຕໍ່ຄວາມມານະພະຍາຍາມຂອງ ຫວຽດນາມ ໃນການຮັບມືກັບການປ່ຽນແປງຂອງດິນຟ້າອາກາດ ແລະ ຢັ້ງຢືນຄວາມປາດຖະໜາຢາກໃຫ້ ຫວຽດນາມ ເສີມຂະຫຍາຍບົດບາດຂອງຕົນໃນການຮັບມືກັບວິກິດການດິນຟ້າອາກາດໃນທົ່ວໂລກໃຫ້ຫຼາຍກວ່າອີກ. ທ່ານຖືວ່າ ຫວຽດນາມ ມີທ່າແຮງ ແລະ ກຳລັງບົ່ມຊ້ອນຢ່າງໃຫຍ່ຫຼວງໃນການພັດທະນາພະລັງງານສະອາດ, ຜະລິດຄືນໃໝ່ ແລະ ຢືນຢັນວ່າ ອາເມລິກາ ສະໜັບສະໜູນ ແລະ ພ້ອມແລ້ວທີ່ຈະໜູນຊ່ວຍ ຫວຽດນາມ ກາຍເປັນປະເທດ ນຳໜ້າໃນພາກພື້ນກ່ຽວກັບເຕັກໂນໂລຢີພະລັງງານສະອາດ, ຜະລິດຄືນໃໝ່ ດ້ວຍໂຄງການຮ່ວມມືລະອຽດ.
ຟ້າມຮວນ - ນັກຂ່າວ VOV ຢູ່ ອາເມລິກາ.