(VOVWORLD) -ທີ່ການເຮັດວຽກ, ທ່ານເອກອັກຄະລັດຖະທູດ ດັ້ງຮ່ວາງຢາງ ໄດ້ແບ່ງປັນວ່າ ເຖິງວ່າສົງຄາມຢູ່ຫວຽດນາມໄດ້ຢຸດຕິມາຫຼາຍປີແລ້ວກໍ່ຕາມ ແຕ່ລູກລະເບີດບໍ່ທັນແຕກທີ່ຕົກຄ້າງຢູ່ຫວຽດນາມ ຫຼັງສົງຄາມຍັງກໍ່ຜົນຮ້າຍຢ້ອນຫຼັງຢ່າງໃຫຍ່ຫຼວງມາຮອດປັດຈຸບັນ.
ທ່ານເອກອັກຄະລັດຖະທູດ ດັ້ງຮ່ວາງຢາງ, ຫົວໜ້າຄະນະຜູ້ຕາງໜ້າຫວຽດນາມ ປະຈຳ ສປຊ ແລະ ທ່ານ Mired Raah Zeid Al-Hussein, ທູດພິເສດຂອງສົນທິສັນຍາສາກົນຮັບຜິດຊອບກ່ຽວກັບການຫ້າມຖີ້ມລະເບີດສັງຫານ (ສົນທິສັນຍາ Ottawa) (ພາບ: TTXVN) |
ໃນວັນທີ 6 ເມສາ, ທີ່ການເຮັດວຽກກັບທ່ານ Mired Raah Zeid Al-Hussein, ສະເດັດເຈົ້າ ຈໍແດນ, ທູດພິເສດຂອງສົນທິສັນຍາສາກົນຮັບຜິດຊອບກ່ຽວກັບການຫ້າມຖີ້ມລະເບີດສັງຫານ (ສົນທິສັນຍາ Ottawa) ນິວຢອກ, ອາເມລິກາ, ທ່ານເອກອັກຄະລັດຖະທູດ ດັ້ງຮ່ວາງຢາງ, ຫົວໜ້າຄະນະຜູ້ຕາງໜ້າຫວຽດນາມ ປະຈຳ ສປຊ ຢັ້ງຢືນວ່າ: ຫວຽດນາມມີຄວາມເຄົາລົບນັບຖືຕໍ່ການຊ່ວຍເຫຼືອອັນລ້ຳຄ່າໃນການແກ້ໄຂຜົນຮ້າຍຢ້ອນຫລັງຈາກລະເບີດບໍ່ທັນແຕກຂອງຄູ່ຮ່ວມມືສາກົນຕ່າງໆ ທີ່ສະຫງວນໃຫ້ແກ່ຫວຽດນາມ ໃນໄລຍະຜ່ານມາ.
ທີ່ການເຮັດວຽກ, ທ່ານເອກອັກຄະລັດຖະທູດ ດັ້ງຮ່ວາງຢາງ ໄດ້ແບ່ງປັນວ່າ ເຖິງວ່າສົງຄາມຢູ່ຫວຽດນາມໄດ້ຢຸດຕິມາຫຼາຍປີແລ້ວກໍ່ຕາມ ແຕ່ລູກລະເບີດບໍ່ທັນແຕກທີ່ຕົກຄ້າງຢູ່ຫວຽດນາມ ຫຼັງສົງຄາມຍັງກໍ່ຜົນຮ້າຍຢ້ອນຫຼັງຢ່າງໃຫຍ່ຫຼວງມາຮອດປັດຈຸບັນ. ຊຸມປີຜ່ານມາ, ຍາມໃດ ພັກ, ລັດ, ລັດຖະບານ ຫວຽດນາມ ກໍ່ເອົາໃຈໃສ່ແກ້ໄຂຜົນຮ້າຍຢ້ອນຫຼັງຈາກສົງຄາມ, ໃນນັ້ນມີບັນຫາ ລູກລະເບີດບໍ່ທັນແຕກ ແລະ ການຊ່ວຍເຫຼືອຜູ້ປະສົບເຄາະຮ້າຍ. ທ່ານເອກອັກຄະລັດຖະທູດ ດັ້ງຮ່ວາງຢາງ ໄດ້ຢັ້ງຢືນວ່າ: ຫວຽດນາມ ຈະແບ່ງປັນຄວາມມານະພະຍາຍາມລວມຂອງສາກົນ ແລະ ທູດພິເສດ ໃນຂົງເຂດນີ້; ສະໜັບສະໜູນຫຼາຍເນື້ອໃນສຳຄັນແລະ ແງ່ມູນດ້ານມະນຸດສະທຳໃນສົນທິສັນຍາທີ່ກ່ຽວຂ້ອງ, ໃນນັ້ນມີສົນທິສັນຍາ Ottawa, ພ້ອມກັນນັ້ນ ຫວຽດນາມ ຍາມໃດກໍ່ຕັ້ງໜ້າຊຸກຍູ້ການຮ່ວມມືສາກົນໃນຂົງເຂດນີ້, ຜ່ານຊ່ອງທາງສອງຝ່າຍ ແລະ ຫຼາຍຝ່າຍ.
ສ່ວນທ່ານ Mired Raah Zeid Al-Hussein ຕີລາຄາສູງຕໍ່ຄວາມມານະພະຍາຍາມຂອງ ຫວຽດນາມ ໃນການແກ້ໄຂຜົນຮ້າຍຢ້ອນຫຼັງຈາກລູກລະເບີດບໍ່ທັນແຕກ ກໍ່ຄືຕັ້ງໜ້າເຂົ້າຮ່ວມການຮ່ວມມືສາກົນ ໃນຂົງເຂດນີ້. ທ່ານກໍ່ສະແດງຄວາມພ້ອມແລ້ວທີ່ຈະໜູນຊ່ວຍຫວຽດນາມໃຫ້ຫຼາຍກ່ວາອີກ ໃນການຊຸກຍູ້ການກວດທຳລາຍລະເບີດບໍ່ທັນແຕກ, ຊ່ວຍເຫຼືອຜູ້ປະສົບເຄາະຮ້າຍ, ພ້ອມທັງຫວັງວ່າ ຫວຽດນາມ ຈະສືບຕໍ່ປະກອບທັດສະນະເພື່ອແນໃສ່ຍົກສູງຄວາມສົນໃຈຂອງສາກົນ, ແບ່ງປັນບົດຮຽນປະສົບການ ແລະ ພຶດຕິກຳຕົວຈິງອັນລ້ຳຄ່າຂອງ ຫວຽດນາມ ໃນວຽກງານແກ້ໄຂຜົນຮ້າຍຢ້ອນຫຼັງຈາກລະເບີດບໍ່ທັນແຕກ.