ທັດສະນະຂອງຫວຽດນາມ ກ່ຽວກັບບັນດາບັນຫາທີ່ກ່ຽວຂ້ອງເຖິງ ທະເລຕາເວັນອອກ

ທັດສະນະຂອງຫວຽດນາມ ກ່ຽວກັບບັນດາບັນຫາທີ່ກ່ຽວຂ້ອງເຖິງ ທະເລຕາເວັນອອກ - ảnh 1
ໂຄ​ສົກ​ກະຊວງ​ການ​ຕ່າງປະ​ເທດ ຂອງ​ຫວຽດນາມ ທ່ານ ​ເລື່ອງ​ແທງ​ງິ

(vovworld) – ທີ່​ການ​ປະຊຸມ​ຂ່າວ​ນັດ​ສາມັນ​ຂອງ​ກະຊວງ​ການ​ຕ່າງປະ​ເທດ ​ເມື່ອ​ວັນ​ທີ 10/1/2013, ຕອບ​ສຳພາດ​ຕໍ່​ນັກ​ຂ່າວ​ທີ່​ສ​ະ​ເໜີ​ໃຫ້​ຮູ້​ປະຕິກິລິຍາ​ຂອງ​ຫວຽດນາມ ຕໍ່ໜ້າ​ຂ່າວ​ຄາວ​ທີ່​ວ່າ ​ໄຕ​້ຫວັນ ຂຶ້ນ​ກັບ ຈີນ ​ໄດ້​ຖະ​ແຫຼ​ງດຳ​ເນີນ​ການ​ສຳ​ຫຼວດ ຊອກ​ຫາ​ນ້ຳມັນ​ອາຍ​ແກ​ດຢູ່​ເຂດ​ທະ​ເລ ອ້ອມ​ແອ້ມ​ເກາະ ບາ​ບິ່ງ ທີ່​ຂຶ້ນ​ກັບ​ໝູ່​ເກາະ ​ເຈື່ອງ​ຊາ ຂອງ​ຫວຽດນາມ, ​ໂຄ​ສົກ​ກະຊວງ​ການ​ຕ່າງປະ​ເທດ ຂອງ​ຫວຽດນາມ ທ່ານ ​ເລື່ອງ​ແທງ​ງິ ຢືນຢັນ​ວ່າ:

“ຫວຽດນາມ ມີ​ປະ​ຍານ​ຫຼັກ​ຖານ​ດ້ານ​ກົດໝາຍ ​ແລະ ປ​ະຫວັດ​ສາດ ຢ່າງ​ຄົບ​ຖ້ວນ ​ເພື່ອ​ຢັ້ງຢືນ ອະທິປະ​ໄຕ​ຂອງ​ຫວຽດນາມ ທີ່​ມີ​ຕໍ່ 2 ໝູ່​ເກາະ ຮ່ວາງ​ຊາ ​ແລະ ​ເຈື່ອງ​ຊາ. ​ເລື່ອງ ​ໄຕ້​ຫວັນ ມີ​ແຜນດຳ​ເນີນ​ການ​ສຳ​ຫຼວດ ຊອກ​ຫາ​ນ້ຳມັນ​ອາຍ​ແກ​ດຢູ່​ເຂດ​ທະ​ເລ ອ້ອມ​ແອ້ມ​ເກາະ ບາ​ບິ່ງ ​ແມ່ນ​ລະ​ເມີດ​ອະທິປະ​ໄຕ​ຂອງ​ຫວຽດນາມ ທີ່​ມີ​ຕໍ່​ໝູ່​ເກາະ ​ເຈື່ອງ​ຊາ, ກໍ່​ຄວາມ​ເຄັ່ງ​ຕຶງ ​ແລະ ​ເຮັດ​ໃຫ້​ສະພາບ​ການ​ຢູ່​ທະ​ເລ​ຕາ​ເວັນ​ອອກ​ສັບສົນ​ຂຶ້ນ​ຕື່ມ. ຫວຽດນາມ ​ເດັດ​ດຽວ​ຄັດຄ້ານ ​ແລະ ຮຽກຮ້ອງ​ໃຫ້​ໄຕ້​ຫວັນ ຈົ່ງ​ຍົກ​ເລີກ​ແຜນການ​ທີ່​ລະ​ເມີດ​ກົດໝາຍ​ດັ່ງກ່າວ.”

​ເມື່ອຕອບ​ສຳພາດ​ຕໍ່​ນັກ​ຂ່າວ​ທີ່​ສ​ະ​ເໜີ​ໃຫ້​ຮູ້​ປະຕິກິລິຍາ​ຂອງ​ຫວຽດນາມ ກ່ຽວ​ກັບ​ບັນຫາ ຈີນ ​ແລະ ​ໄຕ້​ຫວັນ ​ໃນ​ມໍ່ໆ​ມາ​ນີ້ ​ໄດ້​ກ່າວ​ສະ​​ແດງ​ຄວາມ​ວິຕົກ​ກັງວົນ ​ໂດຍ​ຖື​ວ່າ: ກົດໝາຍ​ວ່າ​ດ້ວຍ​ທະ​ເລ​ຫວຽດນາມ ມີ​ຜົນ​ບັງຄັບ​ໃຊ້ ຈະ​ສົ່ງ​ຜົນ​ສະທ້ອນ​ເຖິງ​ການ​ພົວພັນ ກັບ​ບັນດາ​ປະ​ເທດ​ໃນ​ພາກ​ພື້ນ. ໂຄ​ສົກ​ກະຊວງ​ການ​ຕ່າງປະ​ເທດ ຂອງ​ຫວຽດນາມ ທ່ານ ​ເລື່ອງ​ແທງ​ງິ ຢືນຢັນ​ວ່າ:

“ກ່ຽວ​ຂ້ອງ​ເຖິງ​ທະ​ເລ​ຫວຽດນາມ, ພວກ​ຂ້າພະ​ເຈົ້າ ​ໄດ້​ສະ​ແດງ​ທັດສະນະ​ຂອງ​ຫວຽດນາມ ຫຼາຍ​ຄັ້ງມາ​ແລ້ວ. ​ເລື່ອງ​ຫວຽດນາ​ມ ຮັບຮອງ​ເອົາ​ກົດໝາຍ​ທະ​ເລ ​ແມ່ນ​ວຽກ​ງານ​ເປັນ​ປົກກະຕິ ​ແລະ ຈຳ​ເປັນ​ຂອງ​ປະ​ເທດ​ໜຶ່ງ ຕັ້ງ​ຢູ່​ແຄມ​ທະ​ເລ ທີ່​ມີ​ອະທິປະ​ໄຕ, ​ເປັນ​ສະມາຊິກ​ຂອງ​ສົນທິສັນຍາ​ສະຫະ​ປະຊາ​ຊາດ ກ່ຽວ​ກັບ​ກົດໝາຍ​ທະ​ເລ​ປີ 1982. ກົດໝາຍ​ທະ​ເລ​ຫວຽດນາມ​ ຢືນຢັນ ຢ່າງ​ຈະ​ແຈ້ງວ່າ: ​ແຜນ​ນະ​ໂຍບາຍ​ຂອງ​ຫວຽດນາມ​ໃນ​ການ​ແກ້​ໄຂ​ສັນຕິພາບ, ບັນດາ​ການ​ພິພາດ​ກັນ​ຢູ່​ທະ​ເລ​ຕາ​ເວັນ​ອອກ​ແມ່ນ​ອີງ​ບົນ​ພື້ນຖານ​ກົດໝາຍ​ສາກົນ, ພິ​ເສດ​​ແມ່ນ ສົນທິສັນຍາ​ສະຫະ​ປະຊາ​ຊາດ ກ່ຽວ​ກັບ​ກົດໝາຍ​ທະ​ເລ​ປີ 1982 ​ແລະ ບັນດາ​ຂໍ້​ຕົກລົງ​ກັນ, ກົນ​ໄກ​ທີ່​ກ່ຽວ​ຊ້ອງ, ປະກອບສ່ວນ​ຮັກ​ສາ​ສັນຕິພາບ, ສະຖຽນ​ລະ​ພາບ, ຄວາມ​ສະຫງົບ​ປອດ​ໄພ ​ແລະ ການ​ຮ່ວມ​ມື​ໃນ​ທະ​ເລ​ຕາ​ເວັນ​ອອກ.”

ຂ່າວ/ບົດ​ອື່ນ