ທິນລົດຖັງຫວຽດນາມ ລອດເຂົ້າຮອບຮອງຊະນະເລີດງານແຂ່ງຂັນ Tank Biathlon 2020

(VOVWORLD) -ທິມລົດຖັງເລກ 3 ຂອງທິມລົດຖັງຫວຽດນາມ ໄດ້ກ້າວເຂົ້າສູ່ການແຂ່ງຂັນຄັ້ງສຸດທ້າຍຂອງຮອບຄັດເລືອກ ເຊິ່ງໄດ້ຈັດຂຶ້ນຢູ່ມົດສະກູ, ປະເທດສະຫະພັນລັດເຊຍ
ທິນລົດຖັງຫວຽດນາມ ລອດເຂົ້າຮອບຮອງຊະນະເລີດງານແຂ່ງຂັນ Tank Biathlon 2020 - ảnh 1 (ທິມລົດຖັງຫວຽດນາມ)

ໃນຂອບເຂດງານແຂ່ງຂັນການທະຫານສາກົນ Army Games 2020, ວັນທີ 29 ສິງຫາ, ທິມລົດຖັງເລກ 3 ຂອງທິມລົດຖັງຫວຽດນາມ ໄດ້ກ້າວເຂົ້າສູ່ການແຂ່ງຂັນຄັ້ງສຸດທ້າຍຂອງຮອບຄັດເລືອກ ເຊິ່ງໄດ້ຈັດຂຶ້ນຢູ່ມົດສະກູ, ປະເທດສະຫະພັນລັດເຊຍ, ເພື່ອຄັດເລືອກ 4 ທິມລອດເຂົ້າຮອບຮອງຊະນະເລີດງານແຂ່ງຂັນ Tank Biathlon 2020.

ໝາກຜົນໄດ້ອອກວ່າ, ທິມລົດຖັງມຽນມາ ຢືນອັນດັບທີ 1, ທິມຫວຽດນາມ ຢືນອັນດັບທີ 2, ທິມ ກາຕາ ຢືນອັນດັບທີ 3.

ຕອບກັບ

ຂ່າວ/ບົດ​ອື່ນ