ທຶນ FDI ສຸມໃສ່ຂົງເຂດປຸງແຕ່ງ ແລະ ປະດິດສ້າງຫຼາຍທີ່ສຸດ
(VOVWORLD) -ຕາມບົດລາຍງານຂອງກະຊວງແຜນການ ແລະ ການລົງທຶນ ຫວຽດນາມ ແລ້ວ, ໄລ່ຮອດວັນທີ 20 ກັນຍາ, ຍອດທຶນຈົດທະບຽນສະບັບໃໝ່, ດັດປັບ ແລະ ປະກອບທຶນຊື້ຫຸ້ນ ຂອງນັກລົງທຶນຕ່າງປະເທດບັນລຸ 21,2 ຕື້ USD, ທຶນປະຕິບັດຕົວຈິງຄາດວ່າບັນລຸໄດ້ 13, 76 ຕື້ USD.
ຕ່ອງໂສ້ຜະລິດຂອງບໍລິສັດຈຳກັດຫຸ້ນສ່ວນ Nexcon ຫວຽດນາມ (ພາບ: TTXVN) |
ໃນນັ້ນ, ມີໂຄງການໃໝ່ 1947 ແຫ່ງ ທີ່ໄດ້ອອກໃບຢັ້ງຢືນຈົດທະບຽນການລົງທຶນ, ຍອດທຶນຈົດທະບຽນບັນລຸ 10,36 ຕື້ USD. ຕາມຂົງເຂດການລົງທຶນແລ້ວ, ບັນດານັກລົງທຶນຕ່າງປະເທດໄດ້ລົງທຶນເຂົ້າ 18 ຂະແໜງ ໃນນັ້ນຂະແໜງອຸດສາຫະກຳປຸ່ງແຕ່ງ, ປະດິດສ້າງ ໄດ້ນຳໜ້າດ້ວຍຍອດເງິນລົງທຶນບັນລຸເກືອບ 10 ຕື້ USD, ຂົງເຂດການຜະລິດ, ແຈກຈ່າຍໄຟຟ້າຢືນຢູ່ອັນດັບທີ 2 ຖັດຈາກນັ້ນແມ່ນບັນດາຂົງເຂດເຄື່ອນໄຫວດຳເນີນທຸລະກິດ ອະສັງຫາລິມະຊັບ, ການຂາຍຍົກຂາຍຍ່ອຍ. ຕາມຄູ່ຮ່ວມມືລົງທຶນແລ້ວ, ໄດ້ມີ 111 ປະເທດ ແລະ ເຂດແຄ້ວນເຂົ້າມາລົງທຶນຢູ່ ຫວຽດນາມ, ໃນນັ້ນ ສິງກະໂປ ຢືນຢູ່ອັນດັບທີ 1, ສ.ເກົາຫຼີ ຢືນຢູ່ອັນດັບທີ 2 ແລະ ຈີນ ຢືນຢູ່ອັນດັບທີ 3.