ທິມນັກກິລາບານເຕະຍິງ ຫວຽດນາມ ເລີ່ມເດີນທາງໄປເຂົ້າຮ່ວມ ASIAD 19

(VOVWORLD) - ທິມກິລາບານເຕະຍິງ ຫວຽດນາມ ເຂົ້າຮ່ວມ ASIAD 19 ດ້ວຍເປົ້າໝາຍລອດເຂົ້າການແຂ່ງຂັນຮອບ 4 ທິມ.
ທິມນັກກິລາບານເຕະຍິງ ຫວຽດນາມ ເລີ່ມເດີນທາງໄປເຂົ້າຮ່ວມ ASIAD 19 - ảnh 1(ທິມນັກກິລາບານເຕະຍິງ ຫວຽດນາມ)

          ຕອນເຊົ້າວັນທີ 19 ກັນຍາ, ທິມນັກກິລາບານເຕະຍິງ ຫວຽດນາມ ໄດ້ ເດີນທາງໄປປະເທດ ຈີນ ເພື່ອເຂົ້າຮ່ວມງານມະຫາກຳກິລາອາຊີ ຄັ້ງທີ 19 (ASIAD 19). ກ່ອນໜ້ານັ້ນ, ວັນທີ 18 ກັນຍາ, ຄູຝຶກ ມາຍດຶກຈຸງ ໄດ້ປະກາດບັນຊີລາຍຊື່ 22 ນັກບານເຕະທີ່ເຂົ້າຮ່ວມການແຂ່ງຂັນຢ່າງເປັນທາງການ. ທິມກິລາບານເຕະຍິງ ຫວຽດນາມ ເຂົ້າຮ່ວມ ASIAD 19 ດ້ວຍເປົ້າໝາຍລອດເຂົ້າການແຂ່ງຂັນຮອບ 4 ທິມ. ຜົນງານດີທີ່ສຸດຂອງທິມນັກກິລາບານເຕະຍິງ ຫວຽດນາມ ໃນການແຂ່ງຂັນຢູ່ ASIAD ແມ່ນລອດເຂົ້າການແຂ່ງຂັນຮອບ 4 ທິມໃນປີ 2014.

ຕອບກັບ

ຂ່າວ/ບົດ​ອື່ນ