(VOVWORLD) -ທິມບານເຕະແຫ່ງຊາດ ຫວຽດນາມ ແລະ ອິນໂດເນເຊຍ ຈະມີການແຂ່ງຂັນກັນໃນເວລາ 23 ໂມງ 45 ນາທີ ຂອງວັນທີ 7 ມິຖຸນາ ຕາມເວລາ ຫວຽດນາມ.
ໃນລະຫວ່າງວັນທີ 7 ຫາວັນທີ 8 ມິຖຸນາ, ບັນດານັດແຂ່ງຂັນຕໍ່ໄປຂອງການຄັດເລືອກຮອບທີ 2 World Cup 2022 ພາກພື້ນ ອາຊີ ທີ່ຂຶ້ນກັບ 8 ສາຍແຂ່ງຂັນ ຈະດຳເນີນຢູ່ສະຫະລັດ ອາຣັບ ເອມມີເລດ (UAE).
ທິມບານເຕະແຫ່ງຊາດ ຫວຽດນາມ ແລະ ອິນໂດເນເຊຍ ຈະມີການແຂ່ງຂັນກັນໃນເວລາ 23 ໂມງ 45 ນາທີ ຂອງວັນທີ 7 ມິຖຸນາ ຕາມເວລາ ຫວຽດນາມ ແລະ ຈະໄດ້ຖ່າຍຖອດສົດຜ່ານຊ່ອງໂທລະພາບ VTV5, VTV6 ສະຖານີໂທລະພາບ ຫວຽດນາມ.