ທິມ Robocon ຍີ່ປຸ່ນ ຍາດໄດ້ໄຊຊະນະໃນການແຂ່ງຂັ້ນປະດິດສ້າງ Robot ອາຊີ - ປາຊີຝີກ 2013

ທິມ Robocon ຍີ່ປຸ່ນ ຍາດໄດ້ໄຊຊະນະໃນການແຂ່ງຂັ້ນປະດິດສ້າງ Robot ອາຊີ - ປາຊີຝີກ 2013 - ảnh 1
ທິມ Robocon ຂອງ​ຍີ່ປຸ່ນ ຍາດ​ໄດ້​ສະຖິຕິ
(ພາບ: TTXVN)


(vovworld) - ​ການ​ແຂ່ງ​ຂັ້ນ​ປະດິດ​ສ້າງ Robot ອາຊີ - ປາຊີ​ຝີ​ກ ຄັ້ງ​ທີ 12 (ABU Robocon 2013) ​ໄດ້​ເຕົ້າ​ໂຮມ 19 ທິມປະດິດ​ສ້າງ Robot ທີ່​ມາ​ຈາກ 18 ປະ​ເທດ ​ແລະ ​ເຂດ​ແຄ້ວ​ນ​ໃນ​ພາກ​ພື້ນ. ຜົນ​ມີ​ຢູ່​ວ່າ: ທິມ Robocon ຂອງ​ຍີ່ປຸ່ນ ຍາດ​ໄດ້​ສະຖິຕິ, ສ່ວນ​ລາງວັນທີ 2 ​​ໃຫ້​ແກ່​ທິມຫວຽດນາມ 1 ​ແລະ ລາງວັນ​ທີ 3 ​ແມ່ນທິມອີນ​ໂດ​ເນ​ຊີ​ອາ ​ແລະ ຫວຽດນາມ 2. ກ່າວ​ຄຳ​ເຫັນ​ທີ່​ພິທີ​ອັດ ​ໃນ​ຕອນ​ບ່າຍ​ວັນ​ທີ 18 ສິງຫາ ຢູ່​ນະຄອນ​ດາ​ນັ້ງ, ທ່ານ​ຮອງ​ນາຍົກລັດຖະມົນ​ຕີ ຫງວຽນ​ທ້ຽນ​ເຍີນ ​ເນັ້ນ​ໜັກ​ວ່າ ​ເລື່ອງ​ນັກ​ສຶກສາ​ຄົ້ນ​ຄວ່າ, ປະລິດສ້າງ Robot ​ແມ່ນ​ການ​ເຄື່ອນ​ໄຫວ​ປະຕິບັດ​ຕົວ​ຈິງ ​ແລະ ​ແຂ່ງ​ຂັນ​ຢ່າງ​ມີ​ປະສິດທິ​ຜົນ ​ເພື່ອສ່ົງ​ເສີມລຸ້ນໜຸ່ມ​ຢູ່​ແຕ່ລະ​ປະ​ເທດ​ຄົ້ນຄວ້າ​ປະດິດ​ສ້າງ​ວິທະຍາສາດ. ຍາມ​ໃດ ລັດຖະບານ​ຫວຽດນາມກໍ​ເອົາ​ໃຈ​ໃສ່, ສະຫງວນ​ບຸລິມະສິດ​ທີ່​ເໝາະ​ສົມ​ໃຫ້​ແກ່​ການ​ພັດທະນາ​ການ​ສຶກສາ​ບຳລຸງ​ສ້າງ, ວິທະຍາສາດ​ເຕັກ​ໂນ​ໂລ​ຊີ. ຫວຽດນາມ ​ໄດ້​ວາງ​ຈຸດໝາຍ​ຮອດ​ປີ 2020 ວິທະຍາສາດ ​ແລະ ​ເຕັກ​ໂນ​ໂລ​ຊີ ບັນລຸ​ໄດ​້ລະດັບ​ພັດທະນາ​ຂອງ​ກຸ່ມ​ບັນດາ​ປະ​ເທດ​ນຳ​ໜ້າ​ໃນ​ອາ​ຊຽນ.
ຂ່າວ/ບົດ​ອື່ນ