ທ່ານເລຂາທິການໃຫຍ່ພັກກອມມູນິດຫວຽດນາມ ຫງວຽນຟູ້ຈ້ອງ ພົບປະກັບບັນດາຜູ້ແທນ |
(vovworld)- ຕອນເຊົ້າວັນທີ 13/8, ຢູ່ຮ່າໂນ້ຍ, ຄະນະເລຂາສູນກາງພັກໄດ້ຈັດກອງປະຊຸມພົບປະກັບພະນັກງານການນຳຂັ້ນສູງຂອງພັກ, ລັດທີ່ໄດ້ພັກກິນເບ້ຍບຳນານເຂດພາກເໜືອເພື່ອແຈ້ງໃຫ້ຊາບສະພາບການຢູ່ພາຍໃນປະເທດ ແລະ ສາກົນ ພ້ອມກັບວຽກງານຊີ້ນຳນຳພາຂອງພັກ ແລະ ລັດໃນຂົງເຂດຕ່າງໆ. ກ່າວຄຳເຫັນທີ່ກອງປະຊຸມ, ທ່ານເລຂາທິການໃຫຍ່ພັກກອມມູນິດຫວຽດນາມ ຫງວຽນຟູ້ຈ້ອງ ໄດ້ຊີ້ໃຫ້ເຫັນບັນດາໝາກຜົນທີ່ຫວຽດນາມຍາດມາໄດ້ໄລຍະທີ່ຜ່ານມາ ແລະ ສະເໜີໃນໄລຍະທີ່ຈະເຖິງຕ້ອງມີຄວາມຕັດສິນໃຈຢ່າງສູງ, ສາມັກຄີ, ເປັນເອກະພາບຢ່າງສູງພາຍໃນພັກ, ເຫັນດີເຫັນພ້ອມຢ່າງສູງໃນໝູ່ປະຊາຊົນ, ມີແຜນນະໂຍບາຍຢ່າງຖືກຕ້ອງເພື່ອນຳປະເທດຊາດພັດທະນາ. ທ່ານເລຂາທິການໃຫຍ່ພັກກອມມູນິດຫວຽດນາມ ຫງວຽນຟູ້ຈ້ອງ ອີກເທື່ອໜຶ່ງໄດ້ຢືນຢັນຄວາມຕັດສິນໃຈຂອງທົ່ວພັກ, ທົ່ວກອງທັບ, ທົ່ວປວງຊົນໃນການເດັດດ່ຽວປັກປັກຮັກສາອະທິປະໄຕ, ເຂດນ້ຳແດນດິນທີ່ສັກກະລະບູຊາຂອງປະເທດຊາດ, ຮັກສາສະຖຽນລະພາບທາງດ້ານການເມືອງ, ສະພາບແວດລ້ອມສັນຕິພາບເພື່ອພັດທະນາປະເທດຊາດຢ່າງວ່ອງໄວ ແລະ ຍືນຍົງ.