ທົ່ວໂລກມີຜູ້ຕິດໂລກລະບາດໂຄວິດ-19 ກວ່າ 75 ລ້ານຄົນ

(VOVWORLD) -ທົ່ວໂລກມີຈຳນວນຜູ້ຕິດເຊື້ອໂຄວິດ-19 ລວມທັງໝົດ 75.223.151 ຄົນ, ໃນນັ້ນມີຜູ້ເສຍຊີວິດເກືອບ 1,67 ລ້ານ  ຄົນ.

ຕາມເວັບໄຊສະຖິຕິ worldometers.info ແລ້ວ, ໄລ່ຮອດເວລາ 1 ໂມງຂອງວັນທີ 18 ທັນວາ (ຕາມເວລາ UTC), ທົ່ວໂລກມີຈຳນວນຜູ້ຕິດເຊື້ອໂຄວິດ-19 ລວມທັງໝົດ 75.223.151 ຄົນ, ໃນນັ້ນມີຜູ້ເສຍຊີວິດເກືອບ 1,67 ລ້ານ  ຄົນ.

 ອາເມລິກາ ຍັງແມ່ນປະເທດໄດ້ຮັບຜົນສະທ້ອນຢ່າງໜັກໜ່ວງທີ່ສຸດຈາກ ໂລກລະບາດໂຄວິດ - 19 ດ້ວຍຈຳນວນຜູ້ຕິດເຊື້ອແມ່ນ 17.592.892 ຄົນ ແລະ ມີຜູ້ເສຍຊີວິດ 317.524 ຄົນ. ຖັດຈາກນັ້ນແມ່ນອິນເດຍ, ບຣາຊິນ, ຝລັ່ງ, ລັດເຊຍ.

ຕອບກັບ

ຂ່າວ/ບົດ​ອື່ນ