ທ້ອງ​ຖິ່ນ​ຕ່າງໆ​ຈັດ​ພິທີ​ ສະ​ເຫຼີ​ມສະຫຼອງ​ວັນ ​ຄູ​ແຫ່ງ​ຊາດ​ຫວຽດນາມ


ທ້ອງ​ຖິ່ນ​ຕ່າງໆ​ຈັດ​ພິທີ​ ສະ​ເຫຼີ​ມສະຫຼອງ​ວັນ ​ຄູ​ແຫ່ງ​ຊາດ​ຫວຽດນາມ - ảnh 1

(ພາບປະກອບ: baomoi.com)

 (vovworld)-​ ວັນ​ທີ 20/11, ​ແມ່ນ​ວັນ​ຄູ​ແຫ່ງ​ຊາດ​ຫວຽດນາມ, ວັນ​ເຊີດ​ຊູ​ບັນດາ​ຄູ​ອາຈານ, ຜູ້​ໄດ້​ຮັບຜິດຊອບ​ພາລະກິດ​ສ້າງ​ມະນຸດ.

  ສະ​ເຫຼີ​ມສະຫຼອງ​ເຫດການ​ນີ້, ຕອນ​ຄ່ຳ​ວັນ​ທີ 19/11, ຢູ່​ຮ່າ​ໂນ້ຍ, ​ໄດ້​ຈັດ​ໃຫ້​ມີ​ລາຍການ​ພົບ​ປະ​ແລກປ່ຽນ “​ສະ​ແດງຄວາມ​ຮູ້​ບຸນຄຸນ“ ​ເພື່ອ​ແນ​ໃສ່​ປຸກລະດົມ​ຖັນ​ແຖວ​ຄູ​ອາຈານ​ທີ່​ໄດ້​ຕັ້ງໜ້າ​ຮ່ຳຮຽນ, ​ເຮັດ​ວຽກ, ປະດິດ​ສ້າງ, ຕອບ​ສະໜອງ​ຄວາມ​ຮຽກຮ້ອງ​ປ່ຽນ​ໃໝ່​ພື້ນຖານ​ການ​ສຶກສາ​ຫວຽດນາມ ໂດຍ​ພື້ນຖານ, ຮອບດ້ານ ​ ​ໃນ​ໄລຍະ​ໃໝ່. ກ່າວ​ຄຳ​ເຫັນ​ທີ່​ລາຍການ, ທ່ານ​ຫງວຽນ​ວິ​ງຫຽນ, ລັດຖະມົນຕີ​ຊ່ວຍ​ວ່າການ​ກະຊວງ​ສຶກສາ ​ແລະ ບຳລຸງ​ສ້າງ​ຫວຽດນາມ ​ເນັ້ນຫນັກ​ວ່າ: ພັກ, ລັດຖະບານ​ຫວຽດນາມ ຍາມ​ໃດ​ກໍ່​ກຳນົດ​ວ່າ, ຖັນ​ແຖວ​ຄູ​ອາຈານ​ແມ່ນ​ປັດ​ໄຈ​ຕົ້ນຕໍ​ຕັດສິນ​ຊີ້​ຂາດ​ເຖິງ​ຜົນສຳ​ເລັດ​ຂອງ​ການ​ສຶກສາ.

   ຢູ່​ດັກ​ນົງ, ​ແຕ່​ວັນ​ທີ 15-19/11, ການ​ນຳ​ພັກ ​ແລະ ອຳນາດ​ການ​ປົກຄອງ​ຂັ້ນຕ່າງໆ​ແຂວງ​ດັກ​ນົງ ​ໄດ້​ໄປ​ຢ້ຽມຢາມ, ມອບ​ຂອງຂວັນ ​ແລະ ອວຍພອນ ພະນັກງານ, ພາລະ​ກອນ, ຄູ​ອາຈານ​ພະ​ແນ​ກສຶກສາ ​ແລະ ບຳລຸງ​ສ້າງ, ຫ້ອງການສຶກສາ ​ແລະ ບຳລຸງ​ສ້າງ​ເມືອງ-​ຕາ​ແສງ-​ເທດ​ສະບາ​ນ​ເມືອງ, ​ໂຮງຮຽນ​ຂັ້ນຕ່າງໆ​ໃນ​ທົ່ວ​ແຂວງ; ຈັດການ​​ໂອ້​ລົມ​ສົນທະນາ, ສ້າງສັນ​ໃນ​ໂອກາດສະ​ເຫຼີ​ມ ສະຫຼອງວັນ​ຄູ​ແຫ່ງ​ຊາດ​ຫວຽດນາມ. ສ່ວນ​ຢູ່​ແຂວງ​ຮ່າ​ຕິງ, ​ໃນ​ຕອນ​ບ່າຍ​ຂອງ​ວັນ​ທີ 19/11, ​ໄດ້​ຈັດ​ງານ​ຊຸມນຸມ​ມິດ​ຕິງສະ​ເຫຼີ​ມສະຫຼອງວັນ​ຄູ​ແຫ່ງ​ຊາດ​ຫວຽດນາມ ​ແລະ ​ເຊີດ​ຊູ​ບັນດາ​ຄູ​ອາຈານ​ດີ​ເດັ່ນ​ປີ 2014./.

ຂ່າວ/ບົດ​ອື່ນ