(ພາບປະກອບ)
(vovworld) - ການເຄື່ອນໄຫວຕ່າງໆເພື່ອຕອບສະໜອງວັນທະຫານເສຍອົງຄະ ແລະ ນັກຮົບທີ່ເສຍສະຫຼະຊີວິດເພື່ອຊາດ ຄືວັນທີ 27/07, ພວມໄດ້ຮັບການຜັນຂະຫຍາຍຢູ່ທ້ອງຖິ່ນຕ່າງໆໃນຊຸມມືຜ່ານມາ. ຢູ່ແຂວງກວາງນາມ, ຄະນະກຳມະການປະຊາຊົນແຂວງ ຕົກລົງໃຊ້ຈຳນວນເງິນ 9,5 ຕື້ດົງ ເພື່ອມອບໃຫ້ບັນດາເປົ້າໝາຍນະໂຍບາຍແຕ່ 200.000 ຫາ 1,5 ລ້ານດົງ/ສ່ວນບຸກຄົນ ຫຼື ໝູ່ຄະນະ. ຢູ່ແຂວງ ຢາລາຍ, ວັນທີ 19/07, ຫໍພິພິທະພັນໂຮ່ຈິມິນ ສາຂາ ຢາລາຍ - ກອນຕູມ ໄດ້ຈັດງານວາງສະແດງຮູບພາບ ດ້ວຍຫົວຂໍ້ວ່າ “ປະທານໂຮ່ຈິມິນກັບທະຫານເສຍອົງຄະ ແລະ ນັກຮົບທີ່ເສຍສະຫຼະຊີວິດເພື່ອຊາດ”. ງານວາງສະແດງໄດ້ແນະນຳຮູບພາບເກືອບ 150 ແຜ່ນ ແລະ ເອກະສານຕ່າງໆ ເພື່ອຊ່ວຍໃຫ້ມະຫາຊົນເຂົ້າໃຈຢ່າງເລີກເຊິ່ງກ່ຽວກັບບັນດາແນວຄິດ ແລະ ອາລົມຈິດຂອງປະທານໂຮ່ຈິມິນ ທີ່ມີຕໍ່ທະຫານເສຍອົງຄະ ແລະ ນັກຮົບທີ່ເສຍສະຫຼະຊີວິດເພື່ອຊາດ, ບັນດາຜູ້ທີ່ມີຄຸນງາມຄວາມດີຕໍ່ປະເທດຊາດ. ງານວາງສະແດງໄດ້ເປີດປະຕູຮອດວັນທີ 28/07.