ທ່ອງທ່ຽວຫວຽດນາມກ່ຽມພ້ອມໃຫ້ສັບປະດາວັດທະນະທຳທ່ອງທ່ຽວເມື່ອງລໍ່ປີ 2016
ການສະແດງຟ້ອນແຊ່ ບູຮານ
(ພາບປະກອບ: phapluatplus.vn)
(vovworld) - ພິທີໄຂສັບປະດາວັດທະນະທຳ, ທ່ອງທ່ຽວ ເມື່ອງລໍ່ ປີ 2016, ຈະດຳເນີນໃນເວລາ 20 ໂມງ, ວັນມີ 17/09, ຢູ່ແຂວງອຽນບ໋າຍ. ທ່ານນາງ ຮ່ວາງທິແຮ້ງ, ຮອງປະທານຄະນະກຳມະການປະຊາຊົນຕາແສງ ເຫງ້ຍໂລ້, ແຂວງ ອຽນບ໋າຍ ໃຫ້ຮູ້ວ່າ, ໃນສັບປະດາວັດທະນະທຳ ແລະ ທ່ອງທ່ຽວ ຈະມີການເຄື່ອນໄຫວຫຼາຍຢ່າງຄື: ການແຂ່ງຂັ້ນ ແລະ ສະແດງກິລາທີ່ເປັນມູນເຊື້ອປະເພດຕ່າງໆ, ງານມະໂຫລານຂັບຮ້ອງວັດທະນະທຳຊົນເຜົ່າຜູ້ໄທ ເຂດຕາເວັນຕົກສຽງເໜືອ ແລະ ລາຍການສະແດງຢູ່ທ້ອງຖະໜົນດ້ວຍຫົວຂໍ້ “ສີສັນໄຕບັ໋ກ”, ຖະໝົນອາຫານການກິນ… ໃນພິທີໄຂສັບປະດາວັດທະນະທຳ, ທ່ອງທ່ຽວ ເມື່ອງລໍ່ ປີນີ້ ຍັງຈັດພິທີຕ້ອນຮັບນາມມະຍົດມໍລະດົກວັດທະນະທຳບໍ່ມີຮູບຮ່າງແຫ່ງຊາດ ໃຫ້ສິລະປີຂັບລຳວັດທະນະທຳພື້ນເມືອງ ຮ້ານຄ໋ວນ, ຊົນເຜົ່າຜູ້ໄທ ເມື່ອງລໍ່ ເຫ້ງຍໂລ້, ພ້ອມກັນນັ້ນແມ່ນການສະແດງຟ້ອນແຊ່ ບູຮານ, ໂດຍມີການເຂົ້າຮ່ວມຂອງນັກສະແດງອາຊີບ ແລະ ສະໝັກຫຼີ້ນກວ່າ 1.000 ຄົນເຂົ້າຮ່ວມ.