ທະນາຄານພັດທະນາຫວຽດນາມຕ້ອງແມ່ນອົງການການເງິນທີ່ໝັ້ນຄົງເຂັ້ມແຂງ,ພັດທະນາຢ່າງວ່ອງໄວແລະຍືນຍົງ
ທ່ານຮອງນາຍົກລັດຖະມົນຕີ ຫວຽດນາມ ເວືອງດີງເຫວ້
(ພາບປະກອບ)
(vovworld) – ທະນາຄານພັດທະນາ ຫວຽດນາມ (VDB) ຕ້ອງເຄື່ອນໄຫວເພື່ອຈຸດໝາຍພັດທະນາແບບຍືນຍົງຂອງປະເທດ. ເພື່ອປະຕິບັດໄດ້ຄືດັ່ງກ່າວ, VDB ຕ້ອງເປັນອົງການການເງິນທີ່ໝັ້ນຄົງເຂັ້ມແຂງ, ພັດທະນາຢ່າງວ່ອງໄວ ແລະ ຍືນຍົງ. ນີ້ແມ່ນຄຳສັ່ງຊີ້ນຳຂອງທ່ານຮອງນາຍົກລັດຖະມົນຕີ ຫວຽດນາມ ເວືອງດີງເຫວ້ ທີ່ການເຮັດວຽກກັບທະນາຄານພັດທະນາ ຫວຽດນາມ ແລະ ມອບຂໍ້ຕົກລົງແຕ່ງຕັ້ງປະທານສະພາສະມາຊິກທະນາຄານ ໃນຕອນເຊົ້າວັນທີ 06/06. ທ່ານຮອງນາຍົກລັດຖະມົນຕີ ສະເໜີ VDB ແລະ ບັນດາກະຊວງ, ຂະແໜງການ, ພິເສດແມ່ນກະຊວງການເງິນ ເອົາໃຈໃສ່ເປັນພິເສດເຖິງການປັບປຸບກອບກົດໝາຍໃຫ້ອົງການແລະ ການເຄື່ອນໄຫວຂອງທະນາຄານ. ກ່ຽວກັບອັດຕາດອກເບ້ຍໃຫ້ກູ້ຢືມ, ທ່ານຮອງນາຍົກລັດຖະມົນຕີຖືວ່າ: ທະນາຄານພັດທະນາ ຫວຽດນາມ ຄວນເອົາອັດຕາດອກເບ້ຍສົ້ນເຂົ້າເພື່ອກຳນົດອັດຕາດອກເບ້ຍສົ້ນອອກຕາມທິດເປັນນະໂຍບານບຸລິມະສິດຂອງລັດຢ່າງແທ້ຈິງ, ພ້ອມກັບເລື່ອງສ້າງຄວາມສະດວກກ່ຽວກັບລະບຽບການ, ແມ່ນຕ້ອງມີການຕິດຕາມຢ່າງແໜ້ນແຟ້ນ ເພື່ອເພີ່ມທະວີການໜູນຊ່ວຍໃຫ້ບັນດາເຂດ, ບໍລິເວນ, ໂຄງການສຳຄັນຂອງປະເທດຊາດ ຕາມຄຳສັ່ງຊີ້ນຳຂອງລັດຖະບານ, ນາຍົກລັດຖະມົນຕີ. ບົນພື້ນຖານຈິດໃຈນັ້ນ, ທ່ານຮອງນາຍົກລັດຖະມົນຕີສະເໜີ VDB ກວດກາຄືນບັນຊີລາຍຊື່ໂຄງການໃດທີ່ໄດ້ຊົມໃຊ້ລະບອບບຸລິມະສິດນີ້.