(vovworld) - ແຫຼ່ງຂ່າວດັ່ງກ່າວໄດ້ຍົກອອກມາທີ່ການປະຊຸມຂ່າວປະກາດບົດລາຍງານອັບເດັດແງ່ຫວັງພັດທະນາ ອາຊີ 2013, ໂດຍທະນາຄານພັດທະນາ ອາຊີ (ADB) ຈັດຕັ້ງໃນຕອນເຊົ້າວັນທີ 2/10, ຢູ່ ຮ່າໂນ້ຍ. ທ່ານ Dominic Mellor, ນັກຊ່ຽວຊານເສດຖະກິດຂອງ ADB ຖືວ່າ: ປີ 2014, ລະດັບການເຕີບໂຕເສດຖະກິດ ຫວຽດນາມຈະໄດ້ຮັບການປັບປຸງກ່ວາ, ດ້ວຍລະດັບ 5,5%, ຄາດວ່າເງິນເຟີ້ໄດ້ຮັບການດັດປັບໃຫ້ຫລຸດລົງເຫຼືອພຽງ 6,5%. ທ່ານ Dominic Mellor ຮັບຮູ້ວ່າໃນປີນີ້, ການບໍລິການຂົນສົ່ງ ແລະ ອະສັງຫະລິມະຊັບຈະໄດ້ຮັບການປັບປຸງຫຼາຍກ່ວາເມື່ອທຽບໃສ່ປີ 2012, ແຕ່ຂະແໜງຂາຍຍ່ອຍ ແລະ ຂາຍສົ່ງຈະຫລຸດລົງ. ກະສິກຳເຕີບໂຕຢູ່ໃນລະດັບ 2,1% ດ້ວຍຜົນສະທ້ອນຂອງລາຄາເຂົ້າສານຕຳ່ ແລະ ອາກາດບໍ່ດີຢູ່ເຂດປຸກຕົ້ນກາເຟ. ການໃຊ້ຈ່າຍສ່ວນຕົວຫລຸດລົງ ຍ້ອນສະພາບບັນດາວິສາຫະກິດປິດປະຕູ ແລະ ຫລຸດຜ່ອນແຮງງານໃນ 2 ປີມໍ່ໆມານີ້.