ທະນາຄານສູນກາງ Quatar ຖືວ່າ: ຫວຽດນາມ ແມ່ນ “ໂຕເສືອ” ເສດຖະກິດຫາກໍບືນຕົວຂຶ້ນ ຂອງອາຊີ

(VOVWORLD) -ໃນບົດ “ວິເຄາະເສດຖະກິດ” ປະຈໍາສັບປະດາຂອງ ທະນາຄານສູນກາງ Quatar ທີ່ໄດ້ລົງທາງເວັບໄຊ thepeninsulaqatar.com ໃນວັນທີ 12 ສິງຫາ, ທະນາຄານສູນກາງ Quatar (QNB) ໄດ້ໃຫ້ຂໍ້ສັງເກດວ່າ “ໂຕເສືອ” ທີ່ຫາກໍບືນຕົວຂຶ້ນຢູ່ອາຊີໃນປັດຈຸບັນແມ່ນ ຫວຽດນາມ ຂະນະທີ່ປະເທດອາຊີຕາເວັນອອກສຽງໃຕ້ນີີ້ ພວມໄດ້ພົ້ນເດັ່ນຂຶ້ນເປັນໜຶ່ງໃນບັນດາພື້ນຖານເສດຖະກິດທີ່ມີລະດັບເຕີບໂຕໄວທີ່ສຸດໃນໂລກ.

ທະນາຄານສູນກາງ Quatar ຖືວ່າ: ຫວຽດນາມ ແມ່ນ “ໂຕເສືອ” ເສດຖະກິດຫາກໍບືນຕົວຂຶ້ນ ຂອງອາຊີ - ảnh 1

ລະບົບຜະລິດອາໄຫຼ່ລົດໃຫຍ່, ລົດຈັກ ຂອງບໍລິສັດ  TNHH Keihin ຫວຽດນາມ

  (ພາບປະກອບ:Danh Lam/TTXVN)

ຕາມການໄຈ້ແຍກຂອງທະນາຄານ QNB ແລ້ວ, ບັນດາຕົວເລກ ສະແດງໃຫ້ເຫັນວ່າ ເສດຖະກິດຫວຽດນາມພວມຂະຫຍາຍຕົວ. GDP 6 ເດືອນຕົ້ນປີ 2018 ໄດ້ເພີ່ມຂຶ້ນເຖິງ 7,1% ເມື່ອທຽບໃສ່່ໄລຍະດຽວກັນຂອງປີ 2017 ແລະ ນີ້ແມ່ນລະດັບເຕີບໂຕໄວທີ່ສຸດຂອງພື້ນຖານເສດຖະກິດ ຫວຽດນາມ ນັບແຕ່ປີ 2011 ມາຮອດປັດຈຸບັນ. ຂະແໜງການທີ່ມີການເຕີບໂຕທີ່ເປັນໜ້າປະທັບໃຈໃນ 6 ເດືອນຕົ້ນປີ 2018 ແມ່ນ ຂະແໜງອຸດສາຫະກໍາຜະລິດ ດ້ວຍປະລິມານການຜະລິດເພີ່ມຂຶ້ນ 13,1%. ການຂະຫຍາຍຕົວຂອງຂະແໜງອຸດສາຫະກໍາຜະລິດກໍພາໃຫ້ການສົ່ງອອກເພີ່ມຂຶ້ນແຮງ...

     ເຖິງຢ່າງໃດກໍຕາມ, ບັນດານັກໄຈ້ແຍກຂອງທະນາຄານ QNB ກໍໄດ້ຕັກເຕືອນວ່າ ຜົນສໍາເລັດຂອງຫວຽດນາມ ກໍອາດຈະພາໃຫ້ຫວຽດນາມຖືກຮັບຜົນເສຍຫາຍ ແລະປະເຊີນໜ້າກັບບັນດາສິ່ງທ້າທາຍໃນອະນາຄົດຢ່າງງ່າຍດາຍ. ທະນາຄານ QNB ກໍໄດ້ຊີ້ໃຫ້ເຫັນບັນດາປັດໄຈ ທີ່ອາດຈະເປັນກໍາລັງໜູນໃຫ້ການພັດທະນາເສດຖະກິດໃໝ່ ເພື່ອຮັບປະກັນໃຫ້ຫວຽດນາມ ສືບຕໍ່ຮັກສາຖານະບົດບາດແມ່ນ “ໂຕເສືອ” ເສດຖະກິດຂອງອາຊີໃນ 2 – 3 ປີຈະມາເຖິງ.

ຕອບກັບ

ຂ່າວ/ບົດ​ອື່ນ