(ພາບປະກອບ:gocom.vn)
(vovworld)- ວັນທີ 10/7, ທ່ານເລມິງຮຶງ ຮອງຜູ້ວ່າການທະນາຄານແຫ່ງລັດ ຢືນຢັນວ່າ: ດ້ວຍຂອບຂະໜາດສະສົມເງິນຕາຕ່າງປະເທດຂອງລັດພວມຢູ່ໃນລະດັບສູງຄືປະຈຸບັນ. ທະນາຄານແຫ່ງລັດພ້ອມແລ້ວທີ່ຈະມີຕາດຕະການຢ່າງແຮງເພື່ອໜູນຊ່ວຍການຊຳລະໃຫ້ຕະຫຼາດ. ຄຳປະກາດດັ່ງກ່າວໄດ້ຍົກອອກມາໃນສະພາບທີ່ອັດຕາແລກປ່ຽນລະຫວ່າງເງິນຫວຽດນາມດົ່ງ ແລະ ໂດລາສະຫະລັດໃນຕະຫຼາດເສລີພວມມີທ່າເພີ່ມຂຶ້ນແຮງ ໃນຂະນະທີ່ບັນດາທະນາຄານການຄ້າກໍ່ໄດ້ຕິດປະກາດອັດຕາແລກປ່ຽນໃນລະດັບສູງສຸດ. ທ່ານຮອງຜູ້ວ່າການທະນາຄານແຫ່ງລັດ ເລມິງຮຶງ ໃຫ້ຮູ້ວ່າ: ຄວນດຸ່ນດຽງລະຫວ່າງລາຍຮັບລາຍຈາຍເງິນຕາຕ່າງປະເທດພວມດຳເນີນເປັນປົກກະຕິ ແລະ ຕາດວ່າຈະບໍ່ມີການຫັນປ່ຽນຢ່າງກະທັນຫັນໃນໄລຍະຈະມາເຖິງ, ດ້ານອື່ນໝາກຜົນການສຳຫຼວດຄວາມຕ້ອງການເງິນຕາຕ່າງປະເທດໃນໄຕມາດທີ 3 ປີ 2013 ໂດຍທະນາຄານແຫ່ງລັດດຳເນີນສະແດງໃຫ້ເຫັນວ່າ: ຈະບໍ່ສົ່ງຜົນສະທ້ອນຫຼາຍເຖິງອັດຕາແລກປ່ຽນເງິນຕາ. ທ່ານຮອງຜູ້ວ່າການທະນາຄານແຫ່ງລັດ ຢືນຢັນວ່າ: ທະນາຄານແຫ່ງລັດຈະບໍ່ດັດປັບອັດຕາແລກປ່ຽນເງິນຕາ ແລະ ຈະນຳໃຊ້ມາດຕະການຢ່າງຕ່າງໆຢ່າງຂ້ຽວຂາດເພື່ອຮັກສາອັດຕາແລກປ່ຽນເງິນຕາເປັນປົກກະຕິ.