ທະນາຄານໂລກປະຈຳຫວຽດນາມປະກາດບົດລາຍງານອັບເດັດສະພາບການພັດທະນາເສດຖະກິດຢູ່ຫວຽດນາມ

ທະນາຄານໂລກປະຈຳຫວຽດນາມປະກາດບົດລາຍງານອັບເດັດສະພາບການພັດທະນາເສດຖະກິດຢູ່ຫວຽດນາມ - ảnh 1
ທ່ານ​ນາງ Victoria ຜູ້​ອຳ​ນວຍ​ການ​ທະ​ນາ​ຄານ​ໂລກ
ປະ​ຈຳ​ຫວຽດ​ນາມ

vovworld)- ​ ​ວັນ​ທີ 2/12 ຢູ່ ຮ່າ​ໂນ້ຍ, ທະ​ນາ​ຄານ​ໂລກ ປະ​ຈຳ​ຫວຽດ​ນາມ ໄດ້​ປະ​ກາດ​ບົດ​ລາ​ຍ​ງານ​ຫລ້າ​ສຸດກ່ຽວ​ກັບ​ສະ​ພາບ​ການ​ພັດ​ທະ​ນາເສດ​ຖະ​ກິດ ຫວຽດ​ນາມ ປະ​ຈ​ຸ​ບັນ. ກ່າວ​ຄຳ​ເຫັນທີ່​ການ​ປະ​ກາດ​ບົດ​ລາຍ​ງານ, ທ່ານ​ນາງ Victoria ຜູ້​ອຳ​ນວຍ​ການ​ທະ​ນາ​ຄານ​ໂລກ ປະ​ຈຳ​ຫວຽດ​ນາມ ໄດ້​ສັງ​ເກດ​ວ່າ: ຄວາມ​ຕ້ອງ​ການ​​ດ້ານ​ສິນ​ເຊື່ອຢູ່​ພາຍ​ໃນ​ປະ​ເທດ​ຫວຽດ​ນາມ ​ໄດ້​ເພີ່ມ​ຂຶ້ນ​ຫລາຍ, ການ​ສົ່ງ​ອອກ​ຍັງ​ໄດ້​ຮັກ​ສາ​ເປັນ​ປົກ​ກະ​ຕິ ພ້ອມ​ກັບ​ໄພ​ເງິນ​ເຟີ້​ຢູ່​ໃນ​ລະ​ດ​ັບ​ຕ່ຳ ແລະ ຄວາມ​ໄວ້​ເນື້ອ​ເຊື່ອ​ໃຈ​ໄດ້​ຮັບ​ການ​ປັບ​ປຸງ ​ສ້າງ​ພື້ນ​ຖານ​ອັນ​ໝັ້ນ​ແກ່ນ​ໃຫ້​ການ​ເຕີບ​ໂຕ​ໃນ​ໄລ​ຍະ​ກາງຂອງ​ຫວຽດ​ນາມ. ນີ້​ແມ່ນ​ຈຸດ​ເວ​ລາ​​ເໝາະ​ສົມ​ເພື່ອ​ປັບ​ປຸງ​ການ​ຮັກ​ສາ​ເສດ​ຖະ​ກິດ​ມະ​ຫາ​ພາກ​ເປັນ​ປົກ​ກະ​ຕິ, ​ຈຳ​ກັດ​ການ​ຂາດຄວາມ​ດຸ່ນ​ດຽງງົບ​ປະ​ມານ ແລະ ແກ້​ໄຂ​ບັນ​ດາ​ບັນ​ຫາ​ທີ່​ຍັງ​ຄົງ​ຄ້າງ​ຂອງ​ຂົງ​ເຂດ​ທະ​ນາ​ຄານ.

ຂ່າວ/ບົດ​ອື່ນ