ທ່ານ Ousmane Dione ຈະຮັບດຳລົງຕຳແໜ່ງເປັນຜູ້ອຳນວຍການ
ແຫ່ງຊາດທະນາຄານໂລກປະຈຳ ຫວຽດນາມ
(ພາບ: KT)
(vovworld) - ວັນທີ 09/09, ຕາມແຫຼ່ງຂ່າວຈາກທະນາຄານໂລກ (WB) ທ່ານ Ousmane Dione ຈະຮັບດຳລົງຕຳແໜ່ງເປັນຜູ້ອຳນວຍການແຫ່ງຊາດທະນາຄານໂລກປະຈຳ ຫວຽດນາມ ຢ່າງເປັນທາງການ ນັບແຕ່ວັນທີ 12/09/2016 ແທນໃຫ້ທ່ານນາງ Victoria Kwakwa ທີ່ໄດ້ຮັບແຕ່ງຕັ້ງເປັນຮອງປະທານທະນາຄານໂລກ ຮັບຜິດຊອບພາກພື້ນອາຊີຕາເວັນອອກປາຊີຟິກ ເມື່ອວັນທີ 15/04/2016.
ທ່ານ Ousmane Dione ສັນຊາດ Senegal ເຮັດວຽກໃຫ້ທະນາຄານໂລກ ນັບແຕ່ປີ 2000 ດ້ວຍຕຳແໜ່ງທຳອິດແມ່ນນັກຊ່ຽວຊານຄຸ້ມຄອງແຫຼ່ງນ້ຳ. ໃນຖານະຕຳແໜ່ງໃໝ່ເປັນຜູ້ອຳນວຍການແຫ່ງຊາດທະນາຄານໂລກປະຈຳ ຫວຽດນາມ, 3 ບຸລິມະສິດແຖວໜ້າຂອງທ່ານ Ousmane Dione ລວມມີ: ຊີ້ນຳວິວັດການຢຸດຕິ ບ້ວງເງິນກູ້ຢືມບຸລິມະສິດຈາກສະຫະສະມາຄົມພັດທະນາສາກົນ - IDA ຂຶ້ນກັບທະນາຄານໂລກຂອງ ຫວຽດນາມ; ສືບຕໍ່ພັດທະນາການພົວພັນຄູ່ຮ່ວມມື ແລະ ຮ່ວມມືຂອງທະນາຄານໂລກກັບອຳນາດການປົກຄອງຂັ້ນສູນກາງ ແລະ ທ້ອງຖິ່ນຂອງ ຫວຽດນາມ ໃຫ້ເລິກເຊິ່ງກ່ວາອີກ; ຮ່ວມມືຢ່າງແໜ້ນແຟ້ນກັບລັດຖະບານ ຫວຽດນາມ ແລະ ບັນດາຄູ່ຮ່ວມມືພັດທະນາ ເພື່ອແນໃສ່ປະຕິບັດວິໄສທັດ ແລະ ບັນດາຂໍ້ສະເໜີແນະໃນບົດລາຍງານ ຫວຽດນາມ ປີ 2035.