(VOVWORLD) -ທ່ານ Jim Herbert ຜູ້ສ້າງຕັ້ງ First Republic Bank ແລະ ທ່ານ Mike Roffler ຜູ້ອຳນວຍກາຍຝ່າຍບໍລິຫານ ໃຫ້ຮູ້ວ່າ ການໜູນຊ່ວຍລວມໝູ່ນີ້ໄດ້ເພີ່ມ ຄວາມສາມາດໃນການຊຳລະຂອງທະນາຄານຂຶ້ນ ແລະ ສ່ອງແສງເຖິງຄວາມເຊື່ອໝັ້ນຕໍ່ກັບ First Republic Bank ກໍ່ຄືທົ່ວລະບົບທະນາຄານອາເມລິກາ.
ພາບປະກອບ: AFP/TTXVN |
ວັນທີ 16 ມີນາ, ກຸ່ມທະນາຄານໃຫຍ່ທີ່ສຸດຂອງ ອາເມລິກາ 11 ແຫ່ງ, ໃນນັ້ນມີ: Bank of America, Citigroup ແລະ JPMorgan Chase, Wells Fargo, PNC Bank, US Bank… ໄດ້ພ້ອມກັນມີການກະທຳເພື່ອໜູນຊ່ວຍ First Republic Bank ຫຼີກລ້ຽງສະພາບການລົ້ມລະລາຍ, ຜ່ານນັ້ນກໍ່ຫຼຸດຄວາມວິຕົກກັງວົນວ່າ ນີ້ຈະແມ່ນທະນາຄານຕໍ່ໄປທີ່ຈະຖືກລົ້ມລະລາຍຖັດຈາກທະນາຄານ Silicon Valley (SVB) ແລະ Signature Bank (SB). ການກະທຳຂອງບັນດາທະນາຄານ ອາເມລິກາໄດ້ດຳເນີນພາຍຫຼັງ ຫຸ້ນຂອງທະນາຄານ First Republic Bank ໄດ້ຂາຍເລເປັນຈຳນວນຫຼາຍໃນຊຸມວັນທີ່ຜ່ານມາ. ພາຍຫຼັງການກະທຳນີ້, ລາຄາຫຸ້ນຂອງ First Republic Bank ໄດ້ເພີ່ມຂຶ້ນ 10%ກ່ອນເວລາປິດການແລກປ່ຽນຄ້າຂາຍ ໃນວັນທີ 16 ມີນາ.
ເມື່ອແລກປ່ຽນກັບວົງການນັກຂ່າວ, ທ່ານ Jim Herbert ຜູ້ສ້າງຕັ້ງ First Republic Bank ແລະ ທ່ານ Mike Roffler ຜູ້ອຳນວຍກາຍຝ່າຍບໍລິຫານ ໃຫ້ຮູ້ວ່າ ການໜູນຊ່ວຍລວມໝູ່ນີ້ໄດ້ເພີ່ມ ຄວາມສາມາດໃນການຊຳລະຂອງທະນາຄານຂຶ້ນ ແລະ ສ່ອງແສງເຖິງຄວາມເຊື່ອໝັ້ນຕໍ່ກັບ First Republic Bank ກໍ່ຄືທົ່ວລະບົບທະນາຄານອາເມລິກາ.