ຮູບແບບການຜະລິດໄຟຟ້າແຮງລົມ
|
(vovworld)- ວັນທີ 1/9, ຢູ່ຮ່າໂນ້ຍ, ອົງການ ສ.ປ.ຊ ເພື່ອການພັດທະນາ ປະຈຳຫວຽດນາມໄດ້ຈັດກອງປະຊຸມສຳມະນາ - ງານວາງສະແດງຂໍ້ລິເລີ່ມຂຽວ ໂດຍມີການເຂົ້າຮ່ວມຂອງ 15 ຂໍ້ລິເລີ່ມເປັນຕົວແບບ, ປະກອບສ່ວນຮັກສາສິ່ງແວດລ້ອມ, ປົວແປງຊີວິດການເປັນຢູ່ຂອງປະຊາຊົນທ້ອງຖິ່ນ. ກ່າວຄຳເຫັນທີ່ກອງປະຊຸມສຳມະນາ - ງານວາງສະແດງຂໍ້ລິເລີ່ມຂຽວ, ທ່ານ ຮາວລາງຊູ ຜູ້ອຳນວຍການພາກພື້ນອາຊີ-ປາຊີຝິກຂອງ ອົງການ ສ.ປ.ຊ ເພື່ອການພັດທະນາ ເນັ້ນໜັກວ່າ ວົງຄະນະຍາດ ກໍແມ່ນບັນດາຜູ້ທຳອິດຮັບຜົນກະທົບຈາກການປ່ຽນແປງຂອງດິນຟ້າອາກາດ, ແຕ່ເຂົາເຈົ້າພັດແມ່ນຜູ້ບໍ່ມີຄວາມສາມາດຮັບມືກັບ ການປ່ຽນແປງຂອງດິນຟ້າອາກາດ. ເພາະສະນັ້ນ, ບັນດາຄວາມມານະພະຍາຍາມຂອງປະເທດຊາດດ້ວຍການຮ່ວມມືຂອງວົງຄະນະຍາດສາກົນ ແນໃສ່ບັນລຸບັນດາເປົ້າໝາຍພັດທະນາແບບຍືນຍົງນີ້ ຄວນໄດ້ຮັບການເພີ່ມເຕີມດ້ວຍບັນດາຂໍ້ລິເລີ່ມຂອງທ້ອງຖິ່ນ.