(vovworld) – ກຳລັງທະຫານຈົ່ງຮັກພັກດີກັບປະທານາທິບໍດີ ຊີຣີ Bashar al – Assad ຍາດໄດ້ສິດຄວບຄຸມບັນດາບ້ານ ແລະ ເທດສະບານເມືອງຢູ່ຫຼາຍທ້ອງຖິ່ນຄືນໃໝ່ໃນວັນທີ 9/10. ທະຫານລັດຖະບານ ຊີຣີ ໄດ້ຟື້ນຟູຄວາມໝັ້ນຄົງ ແລະ ສະຖຽນລະພາບຢູ່ເທດສະບານຍຸດທະສາດ Teranje ຂຶ້ນກັບເຂດ Qenitre ຕິດກັບເຂດຊາຍແດນ ອິດສະຣາແອນ ພາຍຫຼັງບັນດາການປະທະກັນທີ່ດູເດືອດກັບທະຫານລຸກຮື້ຂຶ້ນ. ກ່ອນທີ່ຍາດເອົາສິດຄວບຄຸມ Teranje ຄືນໃໝ່, ກອງທັບ ຊີຣີ ກໍ່ຍາດໄດ້ສິດຄວບຄຸມເທດສະບານ Jebata al – Khashed ຕິດກັບເຂດຊາຍແດນ ອິດສະຣາແອນ. ພ້ອມກັນນັ້ນ, ທະຫານລັດຖະບານກໍ່ຍາດໄດ້ສິດຄວບຄຸມ 8 ບ້ານຢູ່ຊານນະຄອນ Aleppo, ພາຍຫຼັງທີ່ “ດັບສູນກຸ່ມກໍ່ການຮ້າຍສຸດທ້າຍ” ຢູ່ບັນດາສະຖານທີ່ນີ້ ແລະ ຍາດໄດ້ສິດຄວບຄຸມເທດສະບານ al – Husseinyeh ຢູ່ຊານນະຄອນຫຼວງ Damascus, ດັບສູນ ແລະ ຈັດຕົວ “ພາກສ່ວນກໍ່ການຮ້າຍຫຼາຍຄົນ” ພ້ອມທັງເກັບເອົາອາວຸດເປັນຈຳນວນຫຼວງຫຼາຍ.