(vovworld) - ທ່ານຜູ້ຟັງທີ່ເຄົາລົບ, ເຖິງວ່າຫ່າງໄກກັບເຂດດິນຕໍ່ແຜ່ນ ແລະ ຊີວິດຍັງປະສົບກັບຄວາມຫຍຸ້ງຍາກຫຼາຍຢ່າງກໍ່ຕາມ, ແຕ່ໃນຊຸມວັນນີ້, ພະນັກງານ, ນັກຮົບ ແລະ ປະຊາຊົນຢູ່ໝູ່ເກາະເຈື່ອງຊາ, ເມືອງ ເຈື່ອງຊາ, ແຂວງ ແຄ໋ງຮ່ວາ, ພວມຕັ້ງໜ້າກະກຽມຕ້ອນຮັບບຸນເຕັດຢ່າງອົບອຸ່ນ, ຄົບຖ້ວນຄືຢູ່ເຂດດິນຕໍ່ແຜ່ນ. ນັກຂ່າວ VOV ຈະສ່ອງແສງວຽກງານກະກຽມຕ້ອນຮັບບູນເຕັດ ປີມະເມຍ ຂອງພະນັກງານ, ນັກຮົບ ແລະ ປະຊາຊົນໃນເກາະ ຊອງຕື໋ໄຕ.
ກຳປັ່ນ HQ 996 ຂອງທະຫານເຮືອເຂດ 4 ໄດ້ທຽບທ່າເກາະ ຊອງຕື໋ໄຕ ນຳເອົາສິນຄ້າທີ່ຈຳເປັນຫຼາຍປະເພດໃນໂອກາດບູນເຕັດຄື: ເຂົ້າໜົມ, ໃບຕອງ, ເຂົ້າໜຽວ, ໝາກທົ່ວຂຽວ, ໝູ, ໄກ່... ມາໃຫ້ທະຫານ ແລະ ປະຊາຊົນໃນເກາະ. ພະນັກງານ, ນັກຮົບ ແລະ ປະຊາຊົນໃນເກາະກໍ່ໄດ້ປະດັບປະດາເຮືອນຊານບ້ານຊ່ອງດ້ວຍໂຄມໄຟສີ ແລະ ປ້າຍຄຳຂວັນຕ່າງໆ. ພົນໂທ ຫງວຽນຈ້ອງບີ່ງ, ພະນັກງານການເມືອງເກາະ ຊອງຕື໋ໄຕ, ຕາແສງ ຊອງຕື໋ໄຕ, ເມືອງເຈືອງຊາ, ແຂວງ ແຄ໋ງຮ່ວາ ໃຫ້ຮູ້ວ່າ: ວຽກງານກະກຽມຕ້ອນຮັບບູນເຕັດ ປີມະເມຍ ໄດ້ປະຕິບັດສຳເລັດແລ້ວ, ທ່ານໃຫ້ຮູ້ຕື່ມອີກວ່າ:
“ປີນີ້, ພວກເຮົາຈະສ້າງບັນຍາກາດຕ້ອນຮັບບູນເຕັດຢ່າງເບີກບານມ່ວນຊື່ນ, ອົບອຸ່ນທີ່ສຸດ, ເພື່ອໃຫ້ພະນັກງານ, ນັກຮົບຕ້ອນຮັບບູນເຕັດຢູ່ເຂດຫ່າງໄກຄືດັ່ງໄດ້ຕ້ອນຮັບບຸນເຕັດພ້ອມກັບຍາດຕິພີ່ນ້ອງໃນເຂດດິນຕໍ່ແຜ່ນ. ພວກຂ້າພະເຈົ້າຈະໂທລະສັບເຖິງຄອບຄົວນັກຮົບແຕ່ລະຄົນເພື່ອອວຍພອນປີໃໝ່, ກໍ່ຄືປະກາດໃຫ້ຮູ້ບັນຍາກາດຕ້ອນຮັບປີໃໝ່ປະຈຳຊາດຢູ່ເກາະເພື່ອໃຫ້ຄອບຄົວພະນັກງານ, ນັກຮົບອູ່ນອ່ຽນໃຈ ແລະ ຜ່ານນັ້ນຈະເຊື່ອມຕໍ່ສາຍຈິດມິດໃຈລະຫວ່າງຄອບຄົວ ກັບ ກົມກອງ, ທະຫານລະຫວ່າງເຂດດິນຕໍ່ແຜ່ນ ກັບເຂດໝູ່ເຫາະທີ່ຫ່າງໄກ”
ໃນຂະນະນັ້ນ, ເອື້ອຍ ຫງວຽນທິແທງຖວາງ, ປະຊາຊົນໃນເກາະໃຫ້ຮູ້ວ່າ: ປີນີ້ຄອບຄົວຕ້ອນຮັບບູນເຕັດບໍ່ຢ້ານຂາດນ້ຳ ຍ້ອນວ່າອຳນາດການປົກຄອງໃນເກາະໄດ້ສ້າງອ່າງເກັບນ້ຳຂະໜາດໃຫຍ່ໃຫ້ແຕ່ລະຄອບຄົວ ແລະ ມີໄຟຟ້າພະລັງແຮງລົມຕະຫຼອດ 24 ຊົ່ວໂມງ.
“ຂ້າພະເຈົ້າຮູ້ສຶກວ່າອາລົມຈິດຂອງທະຫານ ແລະ ປະຊາຊົນໃນເກາະແມ່ນອົບອູ່ນຫຼາຍ. ເມື່ອບັນດາຄອບຄົວພວກຂ້າພະເຈົ້າປະສົບກັບຄວາມຫຍຸ້ງຍາກ, ບັນດາພະນັກງານ, ນັກຮົບໃນເກາະລ້ວນແຕ່ເອົາໃຈໃສ່, ຊ່ວຍເຫຼືອພວກຂ້າພະເຈົ້າ... ຄຳ່ຄືນວັນທີ 30 ພວກເຮົາຈະພ້ອມກັນສົ່ງທ້າຍປີເກົ່າຕ້ອນຮັບປີໃໝ່ ແລະ ຕອນເຊົ້າວັນທີ 1 ຈະພ້ອມກັບພະນັກງານ, ນັກຮົບໄປຖະຫວາຍທູບທຽນຢູ່ວັດ”