ທະເລຕາເວັນອອກ,ຫົວຂໍ້ຕົ້ນຕໍຂອງກອງປະຊຸມສຳມະນາກ່ຽວກັບທະເລຕາເວັນອອກຢູ່ຝລັ່ງ
ທ໋າຍເຢືອງ, ນັກຂ່າວ VOV ປະຈຳຝລັ່ງ -  
(ກອງປະຊຸມສຳມະນາ “ພູມສາດການເມືອງ
ການເດີນທະເລ - ບັນຫາທະເລຕາເວັນອອກ”)
(vovworld) – ກອງປະຊຸມສຳມະນາ “ພູມສາດການເມືອງ ການເດີນທະເລ - ບັນຫາທະເລຕາເວັນອອກ”, ເຊິ່ງດຳເນີນໄປໃນວັນທີ 16/10, ຢູ່ມະຫາວິທະຍາໄລ ພາກໃຕ້ Bretgne, ດ້ວຍການເຂົ້າຮ່ວມຂອງບັນດານັກຊ່ຽວຊານອັນດັບໜຶ່ງໃນຂົງເຂດປ້ອງກັນຊາດ ແລະ ຍຸດທະສາດ ທີ່ມາຈາກທຸກແຖບຖິ່ນຂອງຝລັ່ງ. ຫົວຂໍ້ຂອງກອງປະຊຸມຄັ້ງນີ້ ໄດ້ສຸມໃສ່ຄົ້ນຄວ້າບັນດາຄວາມເຄັ່ງຕຶງຢູ່ທະເລຕາເວັນອອກ, ບັນດາການຂັດແຍ້ງອະທິປະໄຕທະເລ, ໝູ່ເກາະ ແລະ ຄວາມສາມາດນຳໃຊ້ກົດໝາຍສາກົນ ເພື່ອຮັບປະກັນຄວາມໝັ້ນຄົງ, ຄວາມສະຫງົບປອດໄພ ແລະ ຄວາມເສລີການເດີນທະເລສາກົນໃນພາກພື້ນ… ເຂົ້າຮ່ວມກອງປະຊຸມສຳມະນາ, ທ່ານນາງ ຫງວຽນທິບິກເຮ້ວ, ອັກຄະລັດຖະທູດຫວຽດນາມ ປະຈຳຝລັ່ງ, ໄດ້ສະເໜີບົດປາໄສໃນນັ້ນໄດ້ຍົກໃຫ້ເຫັນທັດສະນະຂອງຫວຽດນາມ ແມ່ນ: ຄັດຄ້ານບັນດາການກະທຳທີ່ລະເມີດກົດໝາຍສາກົນ, ລະເມີດອະທິປະໄຕຂອງຫວຽດນາມ ຢູ່ທະເລຕາເວັນອອກ; ແກ້ໄຂບັນດາຄວາມບໍ່ລົງລອຍກັນຜ່ານການເຈລະຈາ, ໂດຍອີງໃສ່ກົດໝາຍສາກົນ ແລະ ບັນດາຂໍ້ຕົກລົງໃນພາກພື້ນ, ພິເສດແມ່ນກົດໝາຍວ່າດ້ວຍທະເລປີ 1982, ຖະແຫຼງການກ່ຽວກັບການປະພຶດຂອງຝ່າຍຕ່າງໆຢູ່ທະເລຕາເວັນອອກ (DOC), ຊຸກຍູ້ການກ້າວໄປເຖິງປະມວນຂໍ້ກຳນົດການປະພຶດຂອງຝ່າຍຕ່າງໆຢູ່ທະເລຕາເວັນອອກ (COC). ທ່ານນາງ ຫວຽນທິບິກເຮ້ວ ຢືນຢັນວ່າ.
“ການຮຽກສິດກ່ຽວກັບເສັ້ນ 9 ຕອນ, ເສັ້ນລີ້ນງົວຂອງຈີນ ແມ່ນສາຍເຫດຂອງເລື່ອງເພີ່ມທະວີຄວາມເຄັ່ງຕຶງ ແລະ ຜິດກົດໝາຍ ໂດຍອີງຕາມກົດໝາຍວ່າດ້ວຍທະເລປີ 1982, ລະເມີດອະທິປະໄຕຂອງບັນດາປະເທດເຂດແຄມທະເລ, ໃນນັ້ນມີຫວຽດນາມ. ບັນດາການກະທຳຖົມດິນເປີດກວ້າງຫາດຫີນຂອບຂະໜາດຂອງຈີນ ນັ້ນ ໄດ້ລະເມີດກົດໝາຍວ່າດ້ວຍທະເລ ແລະ ຖະແຫຼງການປະພຶດຢູ່ທະເລຕາເວັນອອກ”.
ກໍທີ່ກອງປະຊຸມສຳມະນາ, ບັນດາບົດປະກອບຄວາມເຫັນຂອງນັກຮຽນຮູ້ຝລັ່ງ ໄດ້ຢືນຢັນວ່າ, ບັນດາການກະທຳຂອງຈີນ ຢູ່ທະເລຕາເວັນອອກຫວ່າງມໍ່ໆມານີ້ ແມ່ນໄປຝືນກັບບັນດາຜົນປະໂຫຍດຂອງຝລັ່ງ. ນັກຮຽນຮູ້ຫຼາຍທ່ານໄດ້ຕຳໜິຕິຕຽນຄວາມມັກໃຫຍ່ໄຝ່ສູງ ແລະ ການກະທຳຂອງຈີນ ແລະ ແບ່ງປັນທັດສະນະທີ່ວ່າ, ບັນດາປະເທດອາຊີຕາເວັນອອກສ່ຽງໃຕ້ ບໍ່ຄວນປະໃຫ້ການຂັດແຍ້ງອະທິປະໄຕບົນທະເລ ນາບຂູ່ເຖິງຄວາມປອດໄພຢູ່ທະເລ ແລະ ຄວາມເສລີໃນການເດີນທະເລ.
ທ໋າຍເຢືອງ, ນັກຂ່າວ VOV ປະຈຳຝລັ່ງ