ທ່ານນາງປະທານສະພາແຫ່ງຊາດຫງວຽນທິກີມເງິນຕ້ອນຮັບຄະນະຜູ້ແທນລັດຖະສະພາອິນໂດເນເຊຍ,ມາເລເຊຍ

(VOVWORLD) -ວັນທີ 18 ມັງກອນ, ທີ່ການຕ້ອນຮັບປະທານສະພາສູງ ມາເລເຊຍ S Vigneswaran M Sanasse, ທ່ານນາງປະທານສະພາແຫ່ງຊາດ ຫວຽດນາມ ຫງວຽນທິກີມເງິນ ປະທານ APPF- 26 ໄດ້ເນັ້ນຫນັກວ່າ 
ທ່ານນາງປະທານສະພາແຫ່ງຊາດຫງວຽນທິກີມເງິນຕ້ອນຮັບຄະນະຜູ້ແທນລັດຖະສະພາອິນໂດເນເຊຍ,ມາເລເຊຍ - ảnh 1 ທ່ານນາງປະທານສະພາແຫ່ງຊາດຫວຽດນາມ ຫງວຽນທິກີມເງິນຕ້ອນຮັບທ່ານ Oesman Sapta ປະທານສະພາຜູ້ແທນທ້ອງຖິ່ນອິນໂດເນເຊຍ.

ໄລຍະຈະມາເຖິງ, ສອງຝ່າຍຄວນສືບຕໍ່ສົມທົບກັນຢ່າງແຫນ້ນແຟ້ນເພື່ອໃຫ້ມີບັນດາໂຄງການຮ່ວມມືລະອຽດ, ເຮັດໃຫ້ການພົວພັນຄູ່ຮ່ວມມືຍຸດທະສາດລະຫວ່າງສອງປະເທດເລິກເຊິ່ງຂຶ້ນຕື່ມ. ກ່ຽວກັບການພົວພັນຮ່ວມມືລະຫວ່າງສະພາແຫ່ງຊາດສອງປະເທດ, ສອງຝ່າຍເຫັນດີເພີ່ມທະວີການຮ່ວມມື ແລະ ສົມທົບກັນຢ່າງແຫນ້ນແຟ້ນທີ່ບັນດາເວທີປາໄສສາກົນ ແລະ ພາກພື້ນ ເພື່ອແລກປ່ຽນບັນດາບັນຫາຊື່ງສອງຝ່າຍຕ່າງມີຄວາມສົນໃຈ, ເປັນຕົ້ນແມ່ນບັນດາເວທີປາໄສລັດຖະສະພາຄື: IPU, AIPA, APPF..

ໃນວັນດຽວກັນ, ທ່ານນາງປະທານສະພາແຫ່ງຊາດ ຫງວຽນທິກີມເງິນ ໄດ້ຕ້ອນຮັບທ່ານ Oesman Sapta ປະທານສະພາຜູ້ແທນທ້ອງຖິ່ນອິນໂດເນເຊຍ. ທ່ານນາງປະທານສະພາແຫ່ງຊາດ ສະເຫນີ ສອງຝ່າຍສືບຕໍ່ແບ່ງປັນຂໍ້ມູນຂ່າວສານ ແລະ ບົດຮຽນການເຄື່ອນໄຫວລັດຖະສະພາ, ເພີ່ມທະວີການສົມທົບກັນທີ່ບັນດາເວທີປາໄສລັດຖະສະພາສາກົນ, ເປັນຕົ້ນແມ່ນທີ່ກອງປະຊຸມສະມັດຊາໃຫຍ່ສະຫະພັນລັດຖະສະພາສາກົນ (IPU), ເວທີປາໄສລັດຖະສະພາ ອາຊີ - ປາຊີຟິກ (APPF).

ຕອບກັບ

ຂ່າວ/ບົດ​ອື່ນ