ທ່ານນາງປະທານສະພາແຫ່ງຊາດ ຫງວຽນທິກີມເງິນ
ໄປຖະຫວາຍທູບທຽນ ອາໄລຫາປະທານໂຮ່ຈິມີນ
ພາບ: TTXVN
|
(vovworld)- ເນື່ອງໃນໂອກາດສະເຫລີມສະຫລອງ 71 ປີແຫ່ງການປະຕິວັດເດືອນສິງຫາ, ວັນຊາດທີ 2/9 ແລະ 47 ປີແຫ່ງວັນທ່ານປະທານໂຮ່ຈິມີນເຖິງແກ່ມໍລະນະກຳ ແລະກໍແມ່ນ 47 ປີແຫ່ງວັນປະຕິບັດພິໄນກຳຂອງເພີ່ນ, ຕອນເຊົ້າວັນທີ 23/8, ທ່ານນາງປະທານສະພາແຫ່ງຊາດ ຫງວຽນທິກີມເງິນ ແລະ ຄະນະຜູ້ແທນສະພາແຫ່ງຊາດຫວຽດນາມ ໄດ້ໄປຖະຫວາຍທູບທຽນ ອາໄລຫາປະທານໂຮ່ຈິມີນ ຢູ່ ເຮືອນເລກທີ 67 ຂຶ້ນກັບເຂດປູຊະນີຍະສະຖານປະທານໂຮ່ຈິມີນ ໃນຂອບເຂດທຳນຽບປະທານປະເທດ. ເມື່ອໂອ້ລົມກັບພະນັກງານ, ລັດຖະກອນເຂດປູຊະນີຍະສະຖານ, ທ່ານນາງ ປະທານສະພາແຫ່ງຊາດ ຫງວຽນທິກີມເງິນ ປາດຖະຫນາວ່າ: ເຂດປູຊະນີຍະສະຖານ ຈະສືບຕໍ່ປະຕິບັດຫນ້າທີ່ທີ່ໄດ້ຮັບການມອບໝາຍເປັນຢ່າງດີ, ມານະພະຍາຍາມຈົນສຸດຄວາມສາມາດຂອງຕົນໃນການຮັກສາບັນດາວັດຖຸພັນທີ່ຕິດພັນກັບຊີວິດແຫ່ງການເຄື່ອນໄຫວປະຕິວັດຂອງປະທານໂຮ່ຈິມີນເພື່ອແນະນຳໃຫ້ປະຊາຊົນໃນທົ່ວປະເທດ ແລະ ເພື່ອນມິດ, ນັກທ່ອງທ່ຽວສາກົນມີຄວາມເຂົ້າໃຈຢ່າງເລິກເຊິ່ງກ່ຽວກັບຊີວິດ ແລະ ພາລະກິດຂອງປະທານໂຮ່ຈິມີນ. ທ່ານນາງ ຫງວຽນທິກີມເງິນ ຊີ້ແຈ້ງວ່າ: ເຂດປູຊະນີຍະສະຖານປະທານໂຮ່ຈິມີນ ບໍ່ພຽງແຕ່ແມ່ນສະຖານທີ່ມາຢ້ຽມຢາມ ເທົ່ານັ້ນຫາກຍັງມີຄວາມໝາຍສັກກະລະບູຊາ, ແມ່ນບ່ອນເພື່ອອາໄລຫາ, ຊອກຮູ້ ແລະ ສະແດງຄວາມຮູ້ບຸນຄຸນອັນໃຫຍ່ຫລວງຂອງປະທານໂຮ່ຈິມີນສຳລັບພາລະກິດປະຕິວັດຂອງພັກ, ຂອງຊາດ ອີກດ້ວຍ.