ທ່ານນາງປະທານສະພາແຫ່ງຊາດຫງວຽນທິກິມເງິນເຮັດວຽກກັບຄັງເງິນແຫ່ງລັດ
ທ່ານນາງປະທານສະພາແຫ່ງຊາດ ຫງວຽນທິກິມເງິນ ຖ່າຍຮູບເປັນທີ່ລະນຶກທີ່ພິທີ
|
(vovword)- ຕອນເຊົ້າວັນທີ 3/3 ທີ່ການເຮັດວຽກກັບຄັງເງິນແຫ່ງລັດ, ທ່ານນາງປະທານສະພາແຫ່ງຊາດ ຫງວຽນທິກິມເງິນ ຕີລາຄາສູງບັນດາຄວາມມານະພະຍາຍາມຂອງຂະແໜງການເງິນໃນຊຸມປີຜ່ານມາ. ເພື່ອປະຕິບັດບົດບາດ, ໜ້າທີ່ອັນໃຫຍ່ຫຼວງຂອງລະບົບຄັງເງິນແຫ່ງລັດ ກໍ່ຄືຂະແໜງການເງິນໃນພາລະກິດຫັນ ເປັນປະເທດອຸດສາຫະກຳ ແລະ ທັນສະໄໝໃຫ້ນັບມື້ນັບດີກວ່າ, ທ່ານນາງປະທານສະພາແຫ່ງຊາດ ປາຖະໜາວ່າ ທົ່ວລະບົບຄັງເງິນແຫ່ງລັດເວົ້າສະເພາະ ແລະ ທົ່ວຂະແໜງການເງິນເວົ້າລວມ ເອົາໃຈໃສ່ປະຕິບັດບັນດາບັນຫາສຳຄັນເປັນຢ່າງດີ; ໃນນັ້ນມີເລື່ອງສະເໜີຕໍ່ສະພາແຫ່ງຊາດ, ລັດຖະບານມີມາດຕະການຄຸ້ມຄອງການນຳໃຊ້ບັນດາແຫຼ່ງກຳລັງນັ້ນໃຫ້ມີປະສິດທິຜົນທີ່ສຸດ ເພື່ອຮັບໃຊ້ບັນດາຄາດໝາຍພັດທະນາເສດຖະກິດສັງຄົມ, ນຳເສດຖະກິດປະເທດຊາດພັດທະນາໄວ, ມີສະຖຽນລະພາບ, ໝັ້ນຄົງ
“ພັກ, ລັດ ແລະ ປະຊາຊົນມີຄວາມເຊື່ອໝັ້ນ ມອບໃຫ້ລະບົບຄັງເງິນແຫ່ງລັດຄຸ້ມຄອງ ເງິນ ແລະ ຊັບສິນຈຳນວນຫຼາຍທີ່ສຸດ, ຂະແໜງຄັງເງິນຕ້ອງມີຄວາມຮັບຜິດຊອບຄຸ້ມຄອງໃຫ້ດີ, ມີຄວາມປອດໄພ ແລະ ນຳໃຊ້ໃຫ້ມີປະສິດທິຜົນທີ່ສຸດ. ເພາະວ່າ ເງິນແຕ່ລະດົງ ເຊິ່ງຄັງເງິນພວມຄຸ້ມຄອງ ແມ່ນການປະກອບສ່ວນຈາກນ້ຳເຫື່ອນ້ຳແຮງຂອງປະຊາຊົນ. ການໃຊ້ຈ່າຍເງິນແຕ່ລະດົງ ຢ່າງຖືກຕ້ອງ ແລະ ມີປະສິດທິຜົນຈະປະກອບສ່ວນເຮັດໃຫ້ເສດຖະກິດ-ສັງຄົມພັດທະນາຕື່ມອີກ; ການປ້ອງກັນຊາດ, ປ້ອງກັນຄວາມສະຫງົບໄດ້ຮັບການຮັກສາໄວ້ຢ່າງໝັ້ນຄົງ .”
ທ່ານນາງປະທານສະພາແຫ່ງຊາດ ສະເໜີກະຊວງການເງິນ ແລະ ຄັງເງິນແຫ່ງລັດຄົ້ນຄວ້າ, ພິຈາລະນາໃຫ້ລະອຽດ, ເຮັດວຽກກັບບັນດາອົງການທີ່ກ່ຽວຂ້ອງ ກ່ຽວກັບເລື່ອງສ້າງກົດໝາຍວ່າດ້ວຍຄັງເງິນແຫ່ງລັດ ເພື່ອແນໃສ່ ຫັນບັນດາທັດສະນະ, ແຜນນະໂຍບາຍ ເປັນລະບອບລະບຽບການແລະ ປະຕິບັດຍຸດທະສາດພັດທະນາຂອງຕົນຢ່າງໄວ.